• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມໃສ່ຊອກຫາມາດຕະການແກ້ໄຂ ເພື່ອປະຕິບັດບັນດາຍຸດທະສາດກະໂດດຂັ້ນຢ່າງແຮງ ເພື່ອພັດທະນາປະເທດຊາດ

      ຕອນບ່າຍວັນທີ 19 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສະພາທີ່ປຶກສານະໂຍບາຍດ້ານການເງິນ-ເງິນຕາແຫ່ງຊາດ ແລະ ໜ່ວຍງານທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ, ສະຫຼຸບໜ້າທີ່ປີ 2020, ຜັນຂະຫຍາຍໜ້າທີ ປີ 2021.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)
             ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງມີກົນໄກທີ່ເຂັ້ມແຂງຢ່າງພຽງພໍເພື່ອໃຫ້ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງກາຍເປັນກຳລັງໜູນຍົກສູງສະມັດຕະພາບແຮງງານ, ກຳລັງແກ້ງແຍ້ງ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຢ່າງແທ້ຈິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:
        “ໜ້າທີ່ຂອງລັດຖະບານ ແມ່ນບໍລິຫານນຳພາປະເທດຊາດກ້າວຂຶ້ນ, ປະຕິບັດເປົ້າໝາຍເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ວາງອອກໃຫ້ໄດ້. ສູ້ຊົນຮອດປີ 2025 ກາຍເປັນປະເທດພັດທະນາມີພື້ນຖານອຸດສາຫະກຳຕາມທິດທັນສະໄໝ, ຫຼຸດພົ້ນອອກຈາກສະພາບມີລາຍຮັບປານກາງຕ່ຳ, ປີ 2030 ກາຍເປັນປະເທດພັດທະນາ, ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ. ຮອດປີ 2045 ກາຍເປັນປະເທດພັດທະນາມີລາຍຮັບສູງ. ກ່ອນອື່ນໝົດ, ໃນປີີນີ້ ຈະຕ້ອງສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ທັງພັດທະນາການຜະລິດ, ດຳເນີນທຸລະກິດ, ແກ້ໄຂບັນຫາວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນ”.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top