• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມກຳລັງເພື່ອດັບມອບໂລກລະບາດໃຫ້ໄວທີ່ສຸດຢູ່ບັນດາແຂວງທີ່ພວມແຜ່ລະບາດຢ່າງແຮງ

      ຕອນເຊົ້າວັນທີ 22 ກໍລະກົດ, ໃນຂອບເຂດກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິນ ໄດ້ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 6 ເດືອນຕົ້ນປີ 2021 ແລະ ບັນດາມາດຕະການໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 6 ເດືອນ ທ້າຍປີ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິນ ທີ່ກອງປະຊຸມ (ພາບ: VOV)
      ໃນບົດລາຍງານຂອງທ່ານຮອງນາຍົກລັດຖະມົນຕີ, ສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແມ່ນເນື້ອໃນທີ່ໄດ້ເວົ້າເຖິງທຳອິດ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ການແຜ່ລະບາດຮອບທີ 4 ນີ້ ເຊື້ອໄວຣັດກາຍພັນໃໝ່ Delta ໄດ້ສົ່ງຜົນກະທົບຢ່າງແຮງເຖິງບາງແຂວງ, ນະຄອນຢູ່ພາກເໜືອ ເຊິ່ງລວມມີ ບັກຢາງ, ບັກນິງ, ຫາຍເຢືອງ, ກວ໋າງນິງ, ຮ່າໂນ້ຍ  ແລະ ສົ່ງຜົນກະທົບຢ່າງຮ້າຍແຮງເຖິງເຂດເສດຖະກິດຈຸດສຸມຢູ່ພາກໃຕ້, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ພິເສດແມ່ນນະຄອນ ໂຮ່ຈີມິນ. ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19, ການນຳທຸກຂັ້ນຂອງ ຫວຽດນາມ ໄດ້ມີການຊີ້ນຳຢ່າງຂ້ຽວຊາດ, ໃກ້ຊິດຕິດແທດ ແລະ ມີໄຫວພິບ. ຫວຽດນາມ ກໍຜັນຂະຫຍາຍຫຼາຍມາດຕະການທາງການທູດ, ຊຸກຍູ້ທຸກມາດຕະການທີ່ຈະສາມາດເປັນໄປໄດ້ ເພື່ອໃຫ້ມີປະລິມານວັກຊິນຫຼາຍທີ່ສຸດ ແລະ ຈັດຕັ້ງບັ້ນສັກວັກຊິນຢ່າງທັນການ.
        ກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍໃນຊຸມເດືອນທີ່ຍັງເຫຼືອຂອງປີ 2021, ບົດລາຍງານຂອງລັດຖະບານ ໄດ້ຢັ້ງຢືນວ່າ ຈະຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່, ແຕ່ບຸລິມະສິດໃນຈຸດເວລານີ້ ແມ່ນສຸມກຳລັງເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ມີປະສິດທິຜົນ, ໃນນັ້ນ ສຸມໃສ່ບາງເນື້ອໃຈຈຸດສຸມດັ່ງນີ້:
            “ຄວບຄຸມ, ບໍ່ປະໃຫ້ໂລກລະບາດສືບຕໍ່ແຜ່ລະບາດ ແລະ ແຜ່ລາມອອກສູ່ວົງກວ້າງ, ນຳສະພາບການກັບມາເປັນປົກກະຕິໂດຍໄວ. ສຸມໃສ່ປະຕິບັດບັນດາມາດຕະການເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ, ຜັນຂະຫຍາຍຍຸດທະສາດວັກຊິນຢ່າງມີປະສິດທິຜົນ ແລະ ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນໃນການປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ແມ່ນປັດໄຈພື້ນຖານ, ຍຸດທະສາດ ແລະ ມີລັກສະນະຕັດສິນ; ເປັນເຈົ້າການວາງອອກແຜນການຕ່າງໆເພື່ອຮັບມືກັບທຸກສະພາບການໄດ້ຢ່າງທັນການ, ໂດຍສະເພາະແມ່ນເມື່ອໂລກລະບາດພວມແຜ່ລາມເຂົ້າບັນດາເຂດອຸດສາຫະກຳ, ເຂດຊຸມຊົນທີ່ມີອັດຕາປະຊາກອນສູງ. ໃນສະເພາະໜ້າ, ຈົ່ງສຸມກຳລັງເພື່ອດັບມອບໂລກລະບາດຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທີ່ມີການແຜ່ລະບາດຢ່າງແຮງໃນເວລາໄວທີ່ສຸດ”.
ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ (ພາບ: VOV)
       ບົດລາຍງານຂອງລັດຖະບານກໍໄດ້ເນັ້ນໜັກວ່າ ພ້ອມກັບການປະຕິບັດຍຸດທະສາດວັກຊິນຢ່າງມີປະສິດທິຜົນ ແມ່ນຕ້ອງກະກຽມແຫຼ່ງຊັບພະຍາກອນມະນຸດ, ພື້ນຖານວັດຖຸທີ່ຈຳເປັນໃຫ້ພຽງພໍ ແລະ ຜັນຂະຫຍາຍບັ້ນສັກວັກຊິນໃນທົ່ວປະເທດຢ່າງທັນການ, ປອດໄພ, ມີວິທະຍາສາດ, ມີປະສິດທິຜົນ ເພື່ອສ້າງພູມຄຸ້ມກັນເປັນໝູ່ໂດຍໄວ, ຊ້າສຸດແມ່ນໃນຊຸມເດືອນຕົ້ນປີ 2022.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top