• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ສາ​ກົນ ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ

ສື່ມວນຊົນຕ່າງປະເທດ ແລະ ນັກຊ່ຽວຊານສາກົນ ຫາກໍຍົກອອກການຕີລາຄາຢ່າງຕັ້ງໜ້າກ່ຽວກັບລະດັບການເຕີບໂຕຂອງເສດຖະກິດ ຫວຽດນາມ.
  ການຜະລິດເສັ້ນຝ້າຍສົ່ງອອກຢູ່ບໍລິສັດ ຕຳແຜ່ນຕັດຫຍິບ ຝູເທາະ (ພາບ: TTXVN)  

ໃນນັ້ນ, ໄດ້ເນັ້ນໜັກເຖິງປັດໄຈທີ່ເຮັດໃຫ້ບັນລຸລະດັບການເຕີບໂຕເປັນໜ້າປະທັບໃຈຂອງເສດຖະກິດ ຫວຽດນາມ, ລວມມີການຫັນການຄ້າເປັນເສລີ, ການປັບປຸງເງື່ອນໄຂຕ່າງໆເພື່ອສ້າງຄວາມສະດວກໃນການດຳເນີນທຸລະກິດ, ລົງທຶນເຂົ້າແຫຼ່ງຊັບພະຍາກອນມະນຸດ ແລະ ພິເສດແມ່ນມີພື້ນຖານການເມືອງທີ່ມີສະຖຽນລະພາບ.

ໃນບົດຂຽນທີ່ເອົາລົງໃນເວັບໄຊ ອາຊີຕາເວັນອອກ, ທ່ານ Suiwah Leung ຮອງສາດສະດາຈານດ້ານເສດຖະກິດກິດຕິມະສັກ ຢູ່ໂຮງຮຽນ ນະໂຍບາຍສາທາລະນະ Crawford, ອົດສະຕາລີ ໃຫ້ຂໍ້ສັງເກດວ່າ ເສດຖະກິດ ຫວຽດນາມ ພວມຟື້ນຕົວ. ຕາມບົດຂຽນດັ່ງກ່າວ, ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍນາໆປະການ, ເສດຖະກິດ ຫວຽດນາມ ຍັງຟື້ນຕົວຢ່າງແຮງ ຍ້ອນມີການຫັນປ່ຽນນະໂຍບາຍຄວບຄຸມໂລກລະບາດຢ່າງເຄັ່ງຄັດ ໄປສູ່ການດຳລົງຊີວິດຢູ່ຮ່ວມກັບໂລກລະບາດ ຢ່າງສຳເລັດຜົນ, ການເຕີບໂຕ GDP ປີ 2022 ບັນລຸ 8,03%.

ໜັງສືພິມ Bloomberg (ອາເມລິກາ)  ກໍໄດ້ລົງບົດຂຽນ ໂດຍຕີລາຄາວ່າ ປັດຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນອາຊີ ດ້ວຍລະດັບການເຕີບໂຕຂຶ້ນເຖິງ 8,03% ໃນປີ 2022. ການລົງທຶນໂດຍກົງຈາກຕ່າງປະເທດຢູ່ ຫວຽດນາມ ກໍເຄື່ອນໄຫວໄດ້ດີພໍສົມຄວນ ແລະ ບັນລຸເງິນລົງທຶນເກືອບ 27,8 ຕື້ USD ໃນປີ 2022.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top