ຂ່າວສານ
ສື່ມວນຊົນສາກົນ ຮ່ວມເດີນທາງພ້ອມກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ
ໃນບັນຍາກາດທີ່ເຄັ່ງຂຶມຂອງກອງປະຊຸມໃຫຍ່, ຖັນແຖວນັກຂ່າວໄດ້ສະແດງໃຫ້ເຫັນຄວາມເປັນກຽດ, ຄວາມພາກພູມໃຈພ້ອມດ້ວຍຈິດໃຈຮັບຜິດຊອບສູງ ເມື່ອໄດ້ໃຫ້ຂ່າວໂດຍກົງກ່ຽວກັບເຫດການການເມືອງພິເສດສຳຄັນຂອງ ຫວຽດນາມ, ພ້ອມທັງຕີລາຄາສູງວຽກງານຈັດຕັ້ງ, ໜູນຊ່ວຍນັກຂ່າວສາກົນຂອງຄະນະຈັດຕັ້ງ.
“ໃນບັນດາອົງການສື່ມວນຊົນ ອາເມລິກາ ລາຕິນ, ຂ້າພະເຈົ້າເຊື່ອໝັ້ນວ່າ Gramma ອາດຈະແມ່ນໜັງສືພິມໜຶ່ງດຽວທີ່ມີໜ້າຢູ່ ຮ່າໂນ້ຍ ໃນຂະນະນີ້. ສະນັ້ນ, ນີ້ກໍແມ່ນຄວາມຮັບຜິດຊອບໃຫຍ່ ເພື່ອໂຄສະນາຂ່າວ, ບົດກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກເຖິງມະຫາຊົນ ກູບາ ແລະ ຜູ້ອ່ານຂອງໜັງສືພິມ Gramma.”
“ພວກຂ້າພະເຈົ້າຂໍຕາງໜ້າຖັນແຖວນັກຂ່າວສື່ມວນຊົນລາວ, ໃນນັ້ນພິເສດແມ່ນໜັງສືພິມປະຊາຊົນ ພ້ອມກັບບັນດາອົງການສື່ມວນຊົນລາວ ທີ່ມີໜ້າຢູ່ນີ້ ເພື່ອໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ຂ້າພະເຈົ້າຮູ້ສຶກເປັນກຽດທີສຸດ. ການຕ້ອນຮັບ, ຮັບເອົາຂໍ້ມູນໄດ້ດຳເນີນໄປຢ່າງສະດວກ. ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ພວກຂ້າພະເຈົ້າໃນການເກັບກຳ, ໃຫ້ຂ່າວເຖິງປະຊາຊົນລາວ”.
ການມີໜ້າ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າຂອງບັນດາອົງການສື່ມວນຊົນສາກົນໃນກອງປະຊຸມໃຫຍ່ຄັ້ງນີ້ ສືບຕໍ່ຢັ້ງຢືນໃຫ້ເຫັນກຳລັງແຜ່ກະຈາຍຂອງເຫດການ, ພ້ອມທັງສ່ອງແສງຄວາມສົນໃຈຢ່າງເລິກເຊິ່ງຂອງເພື່ອນມິດສາກົນທີ່ມີຕໍ່ບັນດານະໂຍບາຍຊີ້ຂາດສຳຄັນ, ກຳນົດອະນາຄົດແຫ່ງການພັດທະນາຂອງ ຫວຽດນາມ./.








