• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນເຢຍລະມັນ: ຫວຽດນາມ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງດ້ານເສດຖະກິດ

      ວັນທີ 25 ພຶດສະພາ, ເວັບໄຊ DW ຂອງ ເຢຍລະມັນ ມີບົດຂຽນຊີ້ແຈ້ງວ່າ ໂດຍບໍ່ຫົວຊາຕໍ່ວິກິດການດ້ານເສດຖະກິດທົ່ວໂລກ ແລະ ບາງປະເທດບ້ານໃກ້ເຮືອນຄຽງທີ່ອາດຈະຖືກຊຸດໂຊມຍ້ອນໂລກລະບາດໂຄວິດ-19, ຫວຽດນາມ ຍັງຄົງບັນລຸການເຕີບໂຕເສດຖະກິດຢູ່ໃນລະດັບ 5% ໃນປີນີ້.

 ສື່ມວນຊົນເຢຍລະມັນ: ຫວຽດນາມ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງດ້ານເສດຖະກິດ (ພາບ: TTXVN)
      ບົດຂຽນດັ່ງກ່າວໃຫ້ຮູ້ວ່າ: ຄາດໝາຍດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ປະກາດໃນກອງປະຊຸມທາງອອນລາຍຫວ່າງແລ້ວນີ້ ດ້ວຍການເຂົ້າຮ່ວມຂອງວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດນັບຫລາຍພັນແຫ່ງ. ຄາດໝາຍທີ່ເຕັມໄປດ້ວຍຄວາມຫວັງດັ່ງກ່າວ ສູງກ່ວາພໍສົມຄວນເມື່ອທຽບໃສ່ການຄາດຄະເນຂອງກອງທຶນເງິນຕາສາກົນ (IMF), ໃນນັ້ນ ການຕີລາຄາຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມ ຈະເພີ່ມຂຶ້ນ 2,7%. ເຖິງຢ່າງໃດກໍ່ຕາມ, ລະດັບການຄາດຄະເນຂອງ IMF ສຳລັບ ຫວຽດນາມ ກໍ່ສູງກ່ວາເມື່ອທຽບໃສ່ບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຮັບປະກັນວ່າ ຫວຽດນາມ ຈະສືບຕໍ່ແມ່ນພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້,ເຖິງວ່າຫລຸດລົງຢ່າງແຮງເມື່ອທຽບໃສ່ລະດັບການເຕີບໂຕ 7% ຂອງປີ 2019 ກໍ່ຕາມ.
 (ແຫຼ່ງຄັດຈາກ VOV)
 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top