• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ

ວັນທີ 10 – 11 ມັງກອນ, ສື່ມວນຊົນ ລາວ ໄດ້ລົງຫຼາຍຂ່າວ, ບົດ, ສາລະຄະດີ, ພາບຖ່າຍ ກ່ຽວກັບການເຄື່ອນໄຫວຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ.
(ສື່ມວນຊົນ ລາວ ໄດ້ລົງຫຼາຍຂ່າວ, ບົດກ່ຽວກັບການເຄື່ອນໄຫວຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ)

ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ວັນທີ 10 – 11 ມັງກອນ, ສື່ມວນຊົນ ລາວ ໄດ້ລົງຫຼາຍຂ່າວ, ບົດ, ສາລະຄະດີ, ພາບຖ່າຍ ກ່ຽວກັບການເຄື່ອນໄຫວຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ.

        ໃນໜ້າທຳອິດຂອງໜັງສືພິມ ປະຊາຊົນ, ໜັງສືພິມ ປະເທດລາວ… ໄດ້ລົງບັນດາບົດຂຽນ “ທ່ານນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ”, “ປຸກລະດົມປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022”, “ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ລາວ - ຫວຽດນາມ”… ມີໜັງສືພິມຫຼາຍສະບັບໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ; ທ່ານໃຫ້ຮູ້ວ່າ ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດ ພາຍຫຼັງໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ລາວ ແລະ ກໍ່ແມ່ນການພົບປະເຈລະຈາໂດຍກົງຄັ້ງທຳອິດກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ສະແດງໃຫ້ເຫັນນ້ຳໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ລາວ -  ຫວຽດນາມ.

        ໜັງສືພິມຫຼາຍສະບັບກໍ່ທົບທວນຄືນບັນດາເນື້ອໃນສຳຄັນ ເຊິ່ງການນຳ 2 ປະເທດໄດ້ແລກປ່ຽນ ແລະ ເປັນເອກະພາບນຳກັນໃນການພົບປະເຈລະຈາ ກ່ຽວກັບສະພາບການຮ່ວມມື 2 ຝ່າຍ, ເລື່ອງຈັດຕັ້ງການປະຕິບັດບັນດາໂຄງການຮ່ວມມື, ຂໍ້ຕົກລົງຮ່ວມມື 2 ຝ່າຍ, ກໍຄືຂໍ້ຕົກລົງຂອງການນຳຂັ້ນສູງຂອງ 2 ປະເທດ ໃນທຸກຂົງເຂດໃນໄລຍະຜ່ານມາ ແລະ ວາງອອກທິດທາງຮ່ວມມືໃນໄລຍະຈະມາເຖິງ; ໝາກຜົນຂອງກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ລາວ - ຫວຽດນາມ ເຊິ່ງດຳເນີນຢູ່ ຮ່າໂນ້ຍ…

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top