• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ເຢຍລະມັນ ແລະ ອົດສະຕາລີ ຕີລາຄາສູງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ

      ວັນທີ 13 ເມສາ, ສຳນັກຂ່າວສານ ເຢຍລະມັນ DPA ໃຫ້ຮູ້ວ່າ: ດ້ວຍຕົວເລກທີ່ມີຜູ້ຕິດເຊື້ອພະຍາດ ພຽງແຕ່ 2 – 3 ຮ້ອຍຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດຍ້ອນໄວຣັດ SARS-CoV-2 ນັ້ນ, ວິທີການສະກັດກັ້ນໂລກລະບາດ ໂຄວິດ-19 ຂອງ ຫວຽດນາມ ກໍໄດ້ຮັບການຍ້ອງຍໍຊົມເຊີຍຈາກອົງການອະນາໄມໂລກ (WHO) ແລະ ສາມາດຖືວ່າ ແມ່ນບົດຮຽນໃຫ້ແກ່ບັນດາປະເທດໃນການຕໍ່ສູ້ກັບໂລກລະບາດດັ່ງກ່າວ.

(ພາບປະກອບ/TTXVN)
      DPA ໄດ້ຄັດສະເໜີຄຳເວົ້າຂອງທ່ານ Park Kidong ຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ທີ່ເຊື່ອໝັ້ນວ່າ ການເຂົ້າຮ່ວມຂອງລັດຖະບານ ຫວຽດນາມ ໂດຍໄວ ແມ່ນປັດໄຈຫຼັກແຫຼ່ງໃນການຕໍ່ສູ້ກັບ ໂຄວິດ-19. DPA ກໍ່ຕີລາຄາວ່າ ສ່ວນໃຫຍ່ໃນຜົນສຳເລັດຂອງ ຫວຽດນາມ ໃນການສະກັດກັ້ນໂລກລະບາດ ແມ່ນຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວສັງຄົມ.
        ແລະກໍ່ໃນວັນດຽວກັນ, ເວັບໄຊ 7news.com.au ໄດ້ຄັດສະເໜີບົດຂຽນຂອງ Chirs Humphrey ແລະ Bac Pham ຂອງສຳນັກຂ່າວສານ ອົດສະຕາລີ (APP) ຕີລາຄາ ຫວຽດນາມ ວ່າ: ຍ້ອນການສົມທົບກັນລະຫວ່າງການປ້ອງກັນ, ສະກັດກັ້ນໂດຍໄວ, ການວິໄຈຢ່າງກ້ວາງຂວາງ, ຄວບຄຸມເຊື້ອພະຍາດຢ່າງແຮງ ແລະ ມີຄວາມສາມັກຄີໃນສັງຄົມ, ມາຮອດປັດຈຸບັນ ຈິ່ງສາມາດຫຼີກລ້ຽງຄວາມສ່ຽງທີ່ຮ້າຍແຮງຂອງໂລກລະບາດ ໂຄວິດ-19 ໄດ້. ບົດຂຽນໃຫ້ຂໍ້ສັງເກດວ່າ ວິທີການເຊິ່ງປະຊາຊົນ ຫວຽດນາມ ຮັບມືຕໍ່ໂລກລະບາດກໍ່ເຂັ້ມງວດ ພ້ອມກັນນັ້ນ ແມ່ນການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ປະຊາຊົນ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top