• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່​ສ້າງ​ກຳ​ລັງ​ໜູນໃຫ້​ແກ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ພັດ​ທະ​ນາ

ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີຕ້ອນຮັບວັນວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ທີ 18 ພຶດສະພາ, ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງ (1959 - 2024).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງ ຖັນແຖວຜູ້ເຮັດວຽກງານວິທະຍາສາດ ຫວຽດນາມ ທີ່ນັບມື້ນັບເຕີບໃຫຍ່ ເຂັ້ມແຂງ, ມີນັກວິທະຍາສາດ ຫວຽດນາມ ຫຼາຍຄົນ ມີອິດທິພົນຊື່ສຽງໃນພາກພື້ນ, ສາກົນ. ການຈັດອັນດັບສາກົນ ກ່ຽວກັບວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ຂອງ ຫວຽດນາມ ມີການປັບປຸງຢ່າງບໍ່ຢຸດຢັ້ງ. ປີ 2023, ຫວຽດນາມ ຢູ່ອັນດັບທີ 46, ຫຍັບຂຶ້ນ 2 ລຳດັບ ເມື່ອທຽບໃສ່ກັບປີ 2022, ຜ່ານນັ້ນ ກໍ່ສືບຕໍ່ຮັກສາອັນດັບທີ 1 ໃນກຸ່ມບັນດາປະເທດມີລາຍຮັບປານກາງຕ່ຳ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພີ່ມທະວີການດຶງດູດ, ຫັນແຫຼ່ງກຳລັງ ໃຫ້ແກ່ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ ເປັນຫຼາຍຮູບແບບ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ດ້ານວິທະຍາສາດ ເຕັກໂນໂລຢີ ຢ່າງແຮງ, ສົ່ງເສີມພາກເອກະຊົນ, ບັນດາວິສາຫະກິດ, ເພີ່ມທະວີບັນດາຮູບແບບຮ່ວມມື ພາກລັດ - ເອກະຊົນ ເຂົ້າຮ່ວມການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ວິທະຍາສາດ ເຕັກໂນໂລຢີ. ສຳລັບບັນດານັກວິທະຍາສາດ, ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງຖືຜົນປະໂຫຍດແຫ່ງຊາດ, ຊົນຊາດເໜືອກ່ວາສິ່ງໃດໝົດ.

(ແຫຼ່ງຄັດຈາກ VOV)

ກະກຽມໃຫ້ແກ່ວັນບຸນໃຫຍ່ຂອງທົ່ວປວງຊົນ

ກະກຽມໃຫ້ແກ່ວັນບຸນໃຫຍ່ຂອງທົ່ວປວງຊົນ

ຕາມບົດລາຍງາຍຂອງຫ້ອງ ການສະພາເລືອກຕັ້ງແຫ່ງຊາດແລ້ວ, ມາຮອດປະຈຸບັນ ວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງໄດ້ສຳເລັດໂດຍພື້ນຖານແລ້ວ.

Top