• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຮັບເຄື່ອງບັນເທົາທຸກຈາກອາຊຽນ ເພື່ອຊ່ວຍເຫຼືອຜູ້ຖືກຜົນສະທ້ອນຈາກພາຍຸ Damrey

      ບັນດາເຄື່ອງບັນເທົາທຸກຂອງ ອາຊຽນ ໄດ້ສົ່ງມາເຖິງ ຫວຽດນາມ ມີຍອດມູນຄ່າ ກວ່າ 174.000 ໂດລາສະຫະລັດ.
ວັນທີ 16 ພະຈິກ, ຢູ່ສະໜາມບິນສາກົນກາມແຣງ, ແຂວງແຄ໋ງຮວ່າ, ຕາງໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານໄພທຳມະຊາດ ແລະ ກົມໃຫຍ່ປ້ອງກັນຕ້ານໄພທຳມະຊາດໄດ້ຮັບເຄື່ອງບັນເທົາທຸກຈາກ ອາຊຽນ ເພື່ອໜູນຊ່ວຍປະຊາຊົນບັນດາແຂວງທາງພາກກາງລວມມີ: ກວາງງາຍ, ບິ່ງດິ້ງ, ຟູອຽນ ແລະ ແຄ໋ງຮວ່າ, ທີ່ຖືກຜົນສະທ້ອນຍ້ອນພາຍຸ Damrey. ບັນດາເຄື່ອງບັນເທົາທຸກຂອງ ອາຊຽນ ໄດ້ສົ່ງມາເຖິງ ຫວຽດນາມ ມີຍອດມູນຄ່າ ກວ່າ 174.000 ໂດລາສະຫະລັດ.
        ຕາມ ທ່ານຫົວໜ້າກົມໃຫຍ່ປ້ອງກັນຕ້ານໄພທຳມະຊາດ ເຈີ່ນກວາງຮວ່າຍ ແລ້ວ, ນີ້ແມ່ນຄັ້ງທີ 2 ໃນປີ 2017, ອາຊຽນ ໄດ້ໜູນຊ່ວຍໃຫ້ບັນດາເຂດທີ່ຖືກຜົນສະທ້ອນຍ້ອນໄພທຳມະຊາດ ຢູ່ ຫວຽດນາມ, ພາຍຫຼັງການໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນສະທ້ອນຍ້ອນນ້ຳປ່າໄຫຼຊຸ ແລະ ດິນເຊາະເຈື່ອນ ຢູ່ເຂດພູດອຍທາງພາກເໜືອ ໃນຕົ້ນເດືອນ ສິງຫາ ຜ່ານມາ. ການຊ່ວຍເຫຼືອນີ້ແມ່ນທັນການທີ່ສຸດຂອງປະຊາຄົມ ອາຊຽນ, ປະກອບສ່ວນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຍ້ອນຫຼັງໂດຍພາຍຸ Damrey ກໍ່ຂຶ້ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນນ້ຳໃຈສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະ ກັນຜ່ານຜ່າຄວາມຫຍຸ້ງຍາກຂອງ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top