• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງຕ້ານໂລກລະບາດ ແລະທັງຟື້ນຟູເສດຖະກິດ

      ຄວນສືບຕໍ່ເປັນເຈົ້າການຮັບປະກັນການດຸຸ່ນດ່ຽງງົບປະມານ,ປະຕິບັດເປົ້າໝາຍຄວບຄູ່ ທັງຕ້ານໂລກລະບາດ ແລະຟື້ນຟູເສດຖະກິດ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
(ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມອອນລາຍສະຫລຸບວຽກງານການເງິນ - ງົບປະມານ 6 ເດືອນຕົ້ນປີ, ຜັນຂະຫຍາຍຫນ້າທີ່ວຽກງານ 6 ເດືອນທ້າຍປີ 2020, ໂດຍ ກະຊວງການເງິນ ຫວຽດນາມຈັດຂຶ້ນໃນ ຕອນເຊົ້າວັນທີ 7 ກໍລະກົດຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເນັ້ນຫນັກວ່າ: ຄວນສືບຕໍ່ເປັນເຈົ້າການຮັບປະກັນການດຸຸ່ນດ່ຽງງົບປະມານ,ປະຕິບັດເປົ້າໝາຍຄວບຄູ່ ທັງຕ້ານໂລກລະບາດ ແລະຟື້ນຟູເສດຖະກິດ. ຂະແຫນງການເງິນ ຄວນມານະພະຍາຍາມປະຕິບັດຫນ້າທີ່ການເງິນງົບປະມານໃນຊຸມເດືອນທ້າຍປີໃຫ້ເປັນຢ່າງດີ.
ຄວນສືບຕໍ່ຕິດຕາມສະພາບການສາກົນແລະພາຍໃນປະເທດ, ມີມາດຕະການແກ້ໄຂໃຫ້ເໝາະສົມ, ສືບຕໍ່ເປົ້າໝາຍຄວບຄູ່ ທັງປ້ອງກັນສະກັດກັ້ນໂລກລະບາດ ທັງຟື້ນຟູເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີ ສະເຫນີ ກະຊວງການເງິນ ພ້ອມກັບທຸກຂັ້ນ ຂະແຫນງການ ຕ້ອງສູ້ຊົນ ຮັບປະກັນແຜນລາຍຮັບລາຍຈ່າຍງົບປະມານທີ່ໄດ້ວາງອອກ, ຮັບປະກັນແຫລ່ງກຳລັງການເງິນທີ່ຈຳເປັນເພື່ອຫນູນຊ່ວຍຟື້ນຟູພັດທະນາເສດຖະກິດສັງຄົມ,ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້ ແລະການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.
 ທ່ານ ດີງຕຽນຢູງ ລັດຖະມົນຕີກະຊວງການເງິນໃຫ້ຮູ້ວ່າ: ພື້ນຖານເສດຖະກິດໃນຊຸມເດືອນຕົ້ນປີຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19. ເຖິງຢ່າງໃດກໍຕາມ ຫວຽດນາມຍັງຄົງຮັກສາບັນດາການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ເສດຖະກິດມະຫາພາກມີຄວາມສະຖຽນລະພາບ, ຮັບປະກັນຊີວິດສັງຄົມ.ຫວຽດນາມ ກໍ່ແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດ ຍັງຄົງສືບຕໍ່ຮັກສາລະດັບໄວ້ວາງໃຈແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top