• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ກຳມາທິການການຕ່າງປະເທດໃນອາຍຸການ ສະພາແຫ່ງຊາດຊຸດທີ XV

      ຕອນເຊົ້າວັນທີ 29 ເມສາ, ຢູ່ຫໍປະຊຸມສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳ ກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເປັນປະທານການເຮັດວຽກ (ພາບ: quochoi.vn)
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຖືວ່າ, ໃນໄລຍະຜ່ານມາ, ກໍາມາທິການຕ່າງປະເທດ ປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີ. ດ້ວຍລັກສະນະທີ່ເປັນເອກະລັກສະເພາະ, ກຳມາທິການພົວພັນຕ່າງປະເທດ ຍັງປະຕິບັດໜ້າທີ່ທາງການທູດ ກັບສະພາແຫ່ງຊາດບັນດາປະເທດ, ບັນດາອົງການລະຫວ່າງລັດຖະສະພາ ໂລກ ແລະ ພາກພື້ນ, ສະເໜີບັນດາບັນຫາທີ່ກ່ຽວຂ້ອງເຖິງນະໂຍບາຍພົວພັນຕ່າງປະເທດຂອງລັດ, ເປັນເສນາທິການ, ປະສານງານຂອງອົງການສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ ແລະ ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ອີກດ້ວຍ.
        ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີ ໃຫ້ກຳມາທິການຕ່າງປະເທດ ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງຕົນໃນອາຍຸການສະພາແຫ່ງຊາດຊຸດທີ XV ໃຫ້ຫຼາຍກວ່າອີກ, ພິເສດແມ່ນ, ປະຕິບັດຖືກຕ້ອງຕາມທັດສະນະ, ກຳນົດທິດໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກ, ເພື່ອກຳນົດໄດ້ບັນດາບັນຫາຈຸດສຸມ, ຍຸດທະສາດ, ບໍລິເວນຈຸດສຸມໃນບັນດາການເຄື່ອນໄຫວສອງຝ່າຍ ແລະ ຫຼາຍຝ່າຍ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top