• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຳ​ເນົາເອ​ກະ​ສາ​ຂອງວັກ​ຊິນ Nano Covax ໄດ້​ສົ່​ງ​ໄປ​ເຖິງ ສະ​ພາໃຫ້​ຄຳ​ປຶກ​ສາ​ການ​ອອກ​ໃບ​ຈົດ​ທະ​ບຽນ​ການ ນຳ​ໃຊ້ຢາ

ຕອນບ່າຍວັນທີ 18 ກັນຍາ, ສະພາຄຸນສົມບັດ ໃນການຄົ້ນຄ້ວາ ຜະລິດຕະພັນການແພດ ຊີວະສາດແຫ່ງຊາດ (ສະພາຄຸນສົມບັດ) ໄດ້ຈັດກອງປະຊຸມພິຈາລະນາ, ຕີລາຄາວັກຊິນກັນໂຄວິດ - 19 Nano Covax.
ສັກທົດລອງວັກຊິນກັນໂຄວິດ - 19 Nano Covax (ພາບ: TTXVN)

ບົນພື້ນຖານພິຈາລະນາສຳເນົາເອກະສານ, ໝາກຜົນຂອງການຄົ້ນຄ້ວາ ແລະ ຄຳເຫັນຂອງບັນດາສະມາຊິກເຂົ້າຮ່ວມກອງປະຊຸມ, ສະພາຄຸນສົມບັດ ໄດ້ຮັບຮອງເອົາບົດລາຍງານການຄົ້ນຄ້ວາທົດລອງ ສັກວັກຊິນຕໍ່ຄົນ ກາງໄລຍະທີ 3 ກັບວັກຊິນ Nano Covax. ວັກຊິນ Nano Covax ກໍ່ບັນລຸໄດ້ບັນດາຄວາມຕ້ອງການກ່ຽວກັບຄວາມປອດໄພ ແລະ ລັກສະນສ້າງພູມຕ້ານທານ.

ໂດຍໄດ້ຮູ້ວ່າ, ທຸກຊຸດສຳເນົາເອກະສານ, ຖານຂໍ້ມູນຂອງ ວັກຊິນ Nano Covax ໄດ້ສົ່ງໄປເຖິງ ຄະນະປະຈຳສະພາໃຫ້ຄຳປຶກສາອອກໃບຈົດທະບຽນນຳໃຊ້ຢາ, ວັດຖຸດິບບຜະລິດຢຸກຢາ (ສະພາໃຫ້ຄຳປຶກສາ). ກະຊວງສາທາລະນະສຸກໄດ້ສືບຕໍ່ພິຈາລະນາກ່ອນທີ່ຈະຍືນສະເໜີຕໍ່ກະຊວງສາທາລະນະສຸກ ເພື່ອສະເໜີອອກໃບອະນຸຍາດໂດຍດ່ວນ.

ນີ້ແມ່ນຄັ້ງທີ 2, ສະພາຄຸນສົມບັດ ໄດ້ຈັດກອງປະຊຸມປະເມີນໝາກຜົນການທົດລອງສັກວັກຊິນ Nano Covax ຕໍ່ຄົນໄລຍະທີ 3.

ກ່ອນໜ້ານັ້ນໃນວັນທີ 27 ສິງຫາ, ສະມາຄຸນສົມບັດ ໃຫ້ຮູ້ວ່າ ໄດ້ຕົກລົງໝາກຜົນຂອງການທົດລອງສັກວັກຊິນ Nano Covax ຕໍ່ຄົນໄລຍະ 3a.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top