ຂ່າວສານ
ສາກົນພ້ອມແລ້ວທີ່ຈະໜູນຊ່ວຍຜູ້ປະສົບເຄາະຄ້າຍຈາກເຫດແຜ່ນດິນໄຫວຢູ່ ມຽນມາ ແລະ ໄທ
ໃນວັນທີ 28 ມີນາ, ຫຼາຍປະເທດ, ອົງການຈັດຕັ້ງສາກົນ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຢູ່ເຂດຖືກຜົນສະທ້ອນ ໂດຍເຫດແຜ່ນດິນໄຫວຢູ່ ມຽນມາ ແລະ ໄທ ກໍ່ຂຶ້ນ
ອາຊຽນ ໄດ້ ອອກຖະແຫຼງການແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຖືກຜົນສະທ້ອນຈາກວິນາດຕະກຳ ພ້ອມທັງຢືນຢັນຄືນໃໝ່ ຄວາມສາມັກຄີກັບບັນດາຄອບຄົວ ແລະ ປະຊາຄົມຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວ. ອາຊຽນ ໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາຄວາມານະພະຍາຍາມກູ້ໄພກູ້ຊີບ ແລະ ສ້າງສາປະເທດຊາດຄືນໃໝ່, ສົມທົບກັບ ມຽນມາ ແລະ ໄທ: ອີງບົນບັນດາການບຸລິທະສິດທີ່ໄດ້ກຳນົດຂອງບັນດາປະເທດ.
ໃນວັນດຽວກັນ, ທ່ານເລຂາທະການໃຫ່ຍ ສປຊ Antonio Guterres ໄດ້ໃຫ້ຮູ້ວ່າ:
ເຫດແຜ່ນດິນໄຫວທີ່ຮ້າຍແຮງ ໄດ້ບຸກໂຈມຕີພາກພື້ນອາຊີຕາເວັນອອກສ່ຽງໃຕ້ຈຳນວນໜຶ່ງ. ພວກຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາລັດຖະບານ ແລະ ປຊຊ ໃນພາກພື້ນ. ລະບົບ ສປຊ ພວກມລະດົມກຳລັງເພື່ອຊ່ວຍເລື້ອຜູ້ປະສົບກັບຄວາມຫຍຸ້ງຍາກ. ກ່ອນອື່ນໝົດ, ລັດຖະບານ ມຽນມາ ຮຽກຮ້ອງການໜູນຊ່ວຍສາກົນ ແລະ ກຸ່ມຂອງພວກຂ້າພະເຈົ້າ ປະຈຳ ມຽນມາ ໄດ້ຕິດຕໍ່ພົວພັນ ເພື່ອລະດົມທຸກແຫຼ່ງກຳລັງຂອງພວກຂ້າພະເຈົ້າໃນພາກພື້ນ ເພື່ອໜູນຊ່ວຍ ປຊຊ ມຽນມາ.
ວັນທີ 29 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງອຳນາດການປົກຄອງ ມຽນມາ. ກະຊວງສະພາບການສຸກເສີນ ລັດເຊຍ ໄດ້ສົ່ງເຮືອບີນ 2 ລຳຂົນສົ່ງໜ່ວຍກູ້ໄພກູ້ຊີບ ແລະ ແພດໝໍລວມ 120 ຄົນໄປ ມຽນມາ. ສ່ວນລັດຖະບານ ອິນເດຍ ໄດ້ສົ່ງສິນຄ້າກູ້ຊ່ວຍດ່ວນປະລິມານ 15 ໂຕນ ເພື່ອໜູນຊ່ວຍ ປຊຊ ມຽນມາ ເຊັນດຽວກັນ.