• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາ​ຟິມຮູບ​ເງົາ​ເອກະສານ ​ເອີຣົບ - ຫວຽດນາມ ຄັ້ງ​ທີ 11 ຈະ​ດໍາ​ເນີນຢູ່ ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈີ​ມິນ

ສັບປະດາຟິມຮູບເງົາເອກະສານ ເອີຣົບ - ຫວຽດນາມ ຄັ້ງທີ 11 ຈະແນະນໍາຟິມຮູບເງົາ 20 ເລື່ອງ ເຖິງຜູ້ຊົມ.

ຟິມຮູບເງົາເອກະສານບາງເລື່ອງທີ່ໄດ້ແນະນໍາເຖິງຜູ້ຊົມ ໃນສັບປະດາຟິມຮູບເງົາເອກະສານ ເອີີຣົົບ - ຫວຽດນາມ ຄັ້ງທີ 10 (ພາບປະກອບ: sggp.org.vn) 

ສັບປະດາຟິມຮູບເງົາເອກະສານ ເອີຣົບ - ຫວຽດນາມ ຄັ້ງທີ 11 ຈະດໍາເນີນຢູ່ ຮ່າໂນ້ຍ  ແລະ ນະຄອນໂຮ່ຈີມິນ ແຕ່ວັນທີ 01 ຕຸລາ ຫາ ວັນທີ 10 ຕຸລາ ຈຶ່ງອັດລົງ. ເຫດການດັ່ງກ່າວ ໂດຍບໍລິສັດ ຟິມຮູບເງົາເອກະສານ - ວິທະຍາສາດສູນກາງ ຈໍາກັດຜູ້ດຽວ ສົມທົບກັບບັນດາສະຖານທູດ ແລະ ສູນວັດທະນະທໍາ ຂອງບາງປະເທດເອີຣົບ ປະຈໍາ ຫວຽດນາມ ຈັດຕັ້ງຂຶ້ນ.

        ສັບປະດາຟິມຮູບເງົາດັ່ງກ່າວ ຈະແນະນໍາຟິມຮູບເງົາ 20 ເລື່ອງ ເຖິງຜູ້ຊົມ (ໃນນັ້ນ ລວມມີຟິມຮູບເງົາເອີຣົບ 10 ເລື່ອງ ແລະ ຟິມຮູບເງົາ ຫວຽດນາມ 10 ເລື່ອງ).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top