• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາສາຍຮູບເງົາ APEC 2017

      ສັບປະດາສາຍຮູບເງົາ “ຂ່ຳນັບຮັບຕ້ອນເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ ຢູ່ ຫວຽດນາມ 2017” (ສັບປະດາສາຍຮູບເງົາ APEC 2017) ໄດ້ຈັດຕັ້ງແຕ່ວັນທີ 11 – 16 ຕຸລາ ຢູ່ນະຄອນຫລວງ ຮ່າໂນ້ຍ ແລະ ແຕ່ວັນທີ 12 – 16 ຕຸລາ ຢູ່ນະຄອນ ດ່າໜັງ. 

ຮູບເງົາເລື່ອງ “ສາວງາມ” ຂອງ ຫວຽດນາມ (ພາບ: VTV)
      ດ້ວຍຄຳຂວັນທີ່ວ່າ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດ”, ສັບປະດາສາຍຮູບເງົາ APEC ຫວຽດນາມ 2017 ໄດ້ຈັດຕັ້ງຕາມມາດຖານເຊື່ອມຕໍ່ວັດທະນະທຳລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ APEC, ປະກອບສ່ວນສ້າງປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ຕິດພັນ ແລະ ວັດທະນາຖາວອນ. ຜ່ານນັ້ນ, ແນະນຳບັນດາຮູບເງົາທີ່ເປັນເອກະລັກສະເພາະຂອງບັນດາພື້ນຖານເສດຖະກິດສະມາຊິກ APEC. ຄະນະຈັດຄັ້ງໄດ້ຄັດເລືອກຮູບເງົາ 11 ເລືື່ອງຂອງ 11 ພື້ນຖານເສດຖະກິດສະມາຊິກ APEC ເພື່ອສາຍຮູນເງົາ. ຮູບເງົາເລື່ອງ “ສາວງາມ” ຂອງ ຫວຽດນາມ ໄດ້ຮັບການສາຍ ໃນຕອນຄ່ຳວັນທີ 11 ຕຸລາ ທີ່ພິທີໄຂສັບປະດາສາຍຮູບເງົາ APEC 2017 ຢູ່ສູນສາຍຮູບເງົາແຫ່ງຊາດ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top