• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາວັດທະນະທຳພຸດທະສາສະຫນາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ ພສ 2561

ໃນບັນດາການເຄື່ອນໄຫວຂອງສັບປະດາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ  ພສ 2561, ຕອນເຊົ້າວັນທີ 3/5 ກົງກັບ ວັນທີ 8/4 ຕາມຈັນທະປະຕິທິນ, ຄະນະບໍລິຫານງານສະມາຄົມພຸດທະສາສະຫນາ ນະຄອນ ໂຮ່ຈິມິນ ໄດ້ຈັດຕັ້ງພິທີແຫ່ພະພຸດທະຮູບ ແລະ ຫົດສົງ ຕາມພິທີກຳທີ່ເປັນປະເພນີ.

 ພາບປະກອບ:Vnplus
      ພິທີແຫ່ພະພຸດທະຮູບແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນເປີດສາກໃຫ້ສັບປະດາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ ພສ 2561 ຢູ່ ນະຄອນ ໂຮ່ຈິມີນ ດ້ວຍການເຄື່ອນໄຫວອຸດົມສົມບູນຫລາຍຢ່າງດຳເນີນຢູ່ 24 ເມືອງ. ພະອາຈານມະຫາ ທີກຈີກວ໋າງ, ຫົວຫນ້າຄະນະບໍລິຫານງານສະມາຄົມພຸດທະສາສະຫນາຫວຽດນາມ ນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ:
        “ວັນທີ 8/4 ໄລ່ຕາມຈັນທະປະຕິທິນ ແມ່ນວັນດຳເນີນພິທີຫົດສົງພະ, ແລະ ນັບແຕ່ວັນທີ 8 ຮອດວັນທີ 15/4 ໄລ່ຕາມຈັນທະປະຕິທິນ ແມ່ນຈັດຕັ້ງບັນດາລາຍການສະແດງສິລະປະ, ງານວາງສະແດງ, ເຜີຍແຜ່ທຳມະເທດສະຫນາ… ເພື່ອອາໄລຫາພະພຸດທະເຈົ້າ. ປີນີ້ ສາສະນິກະຊົນພຸດທະສາສະຫນາ ນະຄອນ ໂຮ່ຈິມີນ ມີຄວາມປິຕິຊົມຊື່ນທີ່ສຸດ.”
 (ແຫຼ່ງຄັດຈາກ VOV)
 

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top