• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອິດ​ສະ​ລາ​ແອັນ: ພື້ນ​ຖານ, ເພີ່ມ​ທະ​ວີ​ການ​ຄ້າ​ສອງ​ຝ່າຍ

ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຍິດເຕິນ ໃຫ້ຂໍ້ສັງເກດວ່າ ການພົວພັນ ຫວຽດນາມ - ອິດສະລາແອັນພວມໄດ້ຮັບການເປີດກວ້າງ ແລະ ພັດທະນາຢ່າງແຮງເທື່ອລະກ້າວ.
ກອງປະຊຸມສຳມະນາແນະນຳສັນຍາການຄ້າເສລີ ຫວຽດນາມ - ອິດສະລາແອັນ (VIFTA) (ພາບ: baoquocte.vn)

ວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາແນະນຳສັນຍາການຄ້າເສລີ ຫວຽດນາມ - ອິດສະລາແອັນ (VIFTA). ກອງປະຊຸມສຳມະນາໂດຍສະຖານທູດ ອິດສະລາແອັນ ປະຈຳ ຮ່າໂນ້ຍ, ຄະນະຜູ້ແທນເສດຖະກິດ ແລະ ການຄ້າ ອິດສະລາແອັນ ປະຈຳ ຫວຽດນາມ ສົມທົບກັບກະຊວງອຸດສາຫະກຳການຄ້າ, ສະຫະພັນ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດຂຶ້ນ.

ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຍິດເຕິນ ໃຫ້ຂໍ້ສັງເກດວ່າ ການພົວພັນ ຫວຽດນາມ - ອິດສະລາແອັນພວມໄດ້ຮັບການເປີດກວ້າງ ແລະ ພັດທະນາຢ່າງແຮງເທື່ອລະກ້າວ. ໃນ 11 ເດືອນຕົ້ນປີນີ້, ການແລກປ່ຽນການຄ້າ ຫວຽດນາມ - ອິດສະລາແອັນ ບັນລຸ 2,8 ຕື້ USD, ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຍິດເຕິນໃຫ້ຮູ້ວ່າ:

ສັນຍາຜ່ານຜ່າໄລຍະເຈລະຈາດ້ວຍຄວາມມານະພະຍາຍາມ, ຄວາມຕັດສິນໃຈຫຼາຍຢ່າງຈາກທັງສອງຝ່າຍ, ຮັບປະກັນລັກສະນະດຸ່ນດ່ຽງ, ກວມລວມໃນຫຼາຍຂົງເຂດສຳຄັນ. ນີ້ແມ່ນພື້ນຖານເພີ່ມທະວີການແລກປ່ຽນການຄ້າການລົງທຶນລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ຂ້າພະເຈົ້າເຊື່ອໝັ້ນວ່າ ສັນຍາຈະມີບົດບາດແມ່ນພື້ນຖານສຳຄັນເພື່ອເພີ່ມທະວີການຄ້າສອງຝ່າຍ, ແລກປ່ຽນການຮ່ວມມືໃນຂົງເຂດທີ່ເປັນທ່າແຮງຂອງສອງປະເທດ, ປະກອບສວ່ນເຂົ້າໃນການເຕີບໂຕລວມຂອງສອງພື້ນຖານເສດຖະກິດ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top