ສະໂມສອນ “ອ່ານປຶ້ມພ້ອມກັບລູກ” ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 6 ມິຖຸນາ 2010. ນີ້ແມ່ນແນວຄວາມຄິດຂອງທ່ານ ປອ ດ້ານການສຶກສາ ນາງ ຫງວຽນຖຸ້ຍແອັງ, ເພື່ອແນໃສ່ພັດທະນາວັນນະຄະດີອ່ານປຶ້ມຢູ່ຄອບຄົວ, ສ້າງອາລົມຈິດ ແລະ ຮັກສາຄວາມລຶ້ງເຄີຍອ່ານປຶ້ມໃຫ້ແກ່ເດັກ ຜ່ານວິທີອ່ານ - ເລົ່າເລື່ອງສູ່ກັນຟັງ. ທ່ານ ປອ ດ້ານການສຶກສາ ນາງ ຫງວຽນຖຸ້ຍແອັງ ໃຫ້ຮູ້ວ່າ:
“ຜ່ານການອ່ານປຶ້ມ, ພວກຂ້າພະເຈົ້າສາມາດແນະນຳໃຫ້ພວກຫຼານກ່ຽວກັບທັກສະອ່ານປຶ້ມດ້ວຍຕົນເອງ, ຮຽນດ້ວຍຕົນເອງ ກໍຄືການສ້າງສາຍສຳພັນ, ການສື່ສານເຊື່ອມຕໍ່ກັບພໍ່ແມ່. ພາຍຫຼັງເຄື່ອນໄຫວມາໄດ້ 15 ປີ, ພວກຂ້າພະເຈົ້າບັນລຸໄດ້ສິ່ງທີ່ຕົນເອງປາດຖະໜາແລ້ວ ນັ້ນແມ່ນ ມີບັນດາປະຊາຄົມອ່ານປຶ້ມຂະໜາດນ້ອຍ, ໃນນັ້ນ ປຶ້ມທັງເປັນເປົ້າໝາຍ, ທັງເປັນພາຫະນະເພື່ອໃຫ້ພວກຂ້າພະເຈົ້າຜູກພັນບັນດາສະມາຊິກໃນຄອບຄົວນຳກັນ; ພ້ອມທັງຊ່ວຍໃຫ້ພວກຫຼານນ້ອຍ ມີບັນດາປະສົບການທີ່ດີໃນຊີວິດ”.
ເມື່ອເຂົ້າຮ່ວມສະໂມສອນ “ອ່ານປຶ້ມພ້ອມກັບລູກ”, ພວກນ້ອງຈະໄດ້ຝຶກທັກສະການຂຽນບົດປະພັນທີ່ຫົວຄິດປະດິດສ້າງ, ຮຽນວິທີນຳໃຊ້ພາສາ ແລະ ສ້າງໂຄງຮ່າງໃຫ້ບົດຂຽນຢ່າງມີປະສິດທິຜົນ. ໄປຄຽງຄູ່ກັນນັ້ນ, ພວກນ້ອງຍັງໄດ້ເຂົ້າຮ່ວມບົດລະຄອນຕ່າງໆ ໂດຍຄູອາຈານຂອງສະໂມສອນຮຽບຮຽງ. ເອື້ອຍຄູອ້າຍຄູຈະເປັນຜູ້ແນະນຳໃຫ້ພວກນ້ອງຕອບ, ເລົ່າເລື່ອງ, ໂອ້ລົມພ້ອມກັບຕົນເອງ ແລະ ຈື່ຊື່ຕົວລະຄອນ, ກໍລະນີຫຼັກໆຂອງເລື່ອງເພື່ອຕອບຄຳຖາມ. ຜ່ານກິດຈະກຳດັ່ງກ່າວ, ພວກນ້ອງຈະຮັບຮູ້ເນື້ອໃນຂອງປຶ້ມໄດ້ຢ່າງງ່າຍດາຍ, ຜ່ານນັ້ນ, ກໍກະຕຸ້ນຄວາມວາດນຶກ4ຂອງເດັກ.
"ເມື່ອເຂົ້າຮ່ວມສະໂມສອນ, ນ້ອງອ່ານປຶ້ມຫຼາຍເຫຼັ້ມ, ເຊັ່ນ: ເລື່ອງ “ຄວາມສ່ຽງໄພຂອງໂຕຈີ່ນາຍ” ຫຼື ເລື່ອງ “ແມວສອນນົກສີດາບິນ”.
“ພາຍຫຼັງເຂົ້າຮ່ວມສະໂມສອນໄດ້ 3 ປີ, ນ້ອງມີຫຼາຍປະສົບການທີ່ຈັບໃຈ. ນ້ອງສາມາດອ່ານປຶ້ມ, ມີເພື່ອນໃໝ່ຫຼາຍຄົນ ແລະ ເຂົ້າໃຈກ່ຽວກັບວັນນະຄະດີຕື່ມອີກ”.
ສະໂມສອນ “ອ່ານປຶ້ມພ້ອມກັບລູກ” ກໍໄດ້ຈັດບັນດາກິດຈະກຳວັດທະນະທຳ, ສອນທັກສະການດຳລົງຊີວິດ, ສ້າງບັນດາເວທີລະຫຼີ້ນທາງດ້ານຈິດໃຈ, ບັນດາ workshop ແລະ ຄ້າຍພັກແລ້ງປະຈຳປີ ເພື່ອແນໃສ່ເພີ່ມທະວີຄວາມດູດດື່ມ ແລະ ຫົວຄິດປະດິດສ້າງຂອງເດັກ ດ້ວຍການເຂົ້າຮ່ວມຂອງບັນດານັກກະວີ, ນັກປະພັນທີ່ສຸດຈິດສຸດໃຈຕໍ່ພາລະກິດການສຶກສາ. ໂດຍມີລູກ 2 ຄົນເຂົ້າຮ່ວມສະໂມສອນດັ່ງກ່າວ, ເອື້ອຍ ຮວ່າງແຮ້ງ ຢູ່ຮ່າໂນ້ຍ, ແບ່ງປັນວ່າ:
“ຂ້າພະເຈົ້າເຂົ້າຮ່ວມສະໂມສອນນີ້ ກໍໄດ້ດົນພໍສົມຄວນແລ້ວ. ເມື່ອຂ້າພະເຈົ້າ ພາລູກມານີ້, ຂ້າພະເຈົ້າຄຳນຶງໄດ້ເຖິງຄວາມເບີກບານມ່ວນຊື່ນ ແລະ ຄວາມຫ້າວຫັນຂອງລູກຜ່ານແຕ່ລະກິດຈະກຳການເຄື່ອນໄຫວ. ດ້ວຍການແນະນຳຂອງເອື້ອຍຄູອ້າຍຄູຢູ່ສະໂມສອນ, ພວກລູກໄດ້ເຂົ້າຮ່ວມຫຼາຍກິດຈະກຳ, ເກມຕ່າງໆ; ຜ່ານນັ້ນ, ພວກລູກກໍພັດທະນາໄດ້ທັກສະຫຼາຍຢ່າງ”.
ຜ່ານເວັບໄຊຂອງສະໂມສອນ, ບັນດາສະມາຊິກໄດ້ຮັບຂໍ້ມູນກ່ຽວກັບປຶ້ມໃໝ່ກໍຄືແບ່ງປັນນຳກັນກ່ຽວກັບຄວາມຮູ້ສຶກຂອງຕົນທີ່ມີຕໍ່ຜົນງານວັນນະຄະດີລະອຽດໃດໜຶ່ງ. ນອກຈາກນັ້ນແລ້ວ, ສະໂມສອນກໍຍັງຈັດກິດຈະກຳຫຼາຍຢ່າງເຊັ່ນ: ແນະນຳປຶ້ມ, ການພົວພັນແລກປ່ຽນ, ການເສັງກ່ຽວກັບວັນນະຄະດີ… ເພື່ອແນໃສ່ຕິດພັນການອ່ານປຶ້ມຢູ່ເຮືອນກັບການອ່ານປຶ້ມຢູ່ໂຮງຮຽນ ຮັບໃຊ້ໃຫ້ແກ່ການຮຽນຂອງພວກຫຼານໄດ້ຢ່າງແທດຈິງ. ທ່ານ ປອ ດ້ານການສຶກສາ ນາງ ຫງວຽນຖຸ້ຍແອັງ ໃຫ້ຮູ້ຕື່ມອີກວ່າ:
“ສະໂມສອນ “ອ່ານປຶ້ມພ້ອມກັບລູກ” ໄດ້ກາຍເປັນຂົວເຊື່ອມຕໍ່ລະຫວ່າງຜູ້ອ່ານກັບຜົນງານວັນນະຄະດີ, ລະຫວ່າງຜູ້ອ່ານກັບຜູ້ຂຽນ. ມີນັກປະພັນ, ນັກກະວີຫຼາຍຄົນໄດ້ມາແລກປ່ຽນກັບພວກຫຼານຢູ່ສະໂມສອນ ກ່ຽວກັບຫຼາຍບັນຫາ ແລະ ແນະນຳບັນດາຜົນງານຂອງຕົນ. ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າ ພ້ອມກັບພວກຫຼານກໍອ່ານປຶ້ມຕາມວິທີປຸກລຸກຄວາມຮັກຂອງພວກລູກທີ່ມີຕໍ່ວັນນະຄະດີ”.
ໄລຍະທາງ 15 ປີຂອງສະໂມສອນ “ອ່ານປຶ້ມພ້ອມກັບລູກ” ໄດ້ສ້າງປະຊາຄົມອ່ານປຶ້ມຢ່າງມີປະສິດທິຜົນ. ພວກນ້ອງນ້ອຍ ມີຄວາມຮັກມັກ, ຜູກພັນກັບປຶ້ມຫຼາຍກວ່າ. ທາງສະໂມສອນກໍໄດ້ຜູກພັນພໍ່ແມ່ກັບລູກ, ແຜ່ກະຈາຍວັດທະນະທຳການອ່ານອີກດ້ວຍ. ຈາກຊາຍຄາ “ອ່ານປຶ້ມພ້ອມກັບລູກ”, ຄວາມຮັກທີ່ມີຕໍ່ວັນນະຄະດີ ແລະ ຄວາມຝັນໄດ້ກາຍເປັນນັກປະພັນນ້ອຍ ໄດ້ຮັບການຫຼໍ່ລ້ຽງ ແລະ ເສີມຂະຫຍາຍນັບມື້ນັບໄປໄກກວ່າ./.