• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລືຫຼາຍ​ເນື້ອ​ໃນ​ສຳ​ຄັນ​ກ່ຽວ​ຂ້ອງ​ເຖິງບັນ​ດາ​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ

ມີສະມາຊິກສະພາແຫ່ງຊາດຫຼາຍທ່ານ ກໍ່ສະເໜີຕ້ອງເຮັດໃຫ້ແຈ້ງບາງເນື້ອໃນທີ່ກ່ຽວຂ້ອງຄື: ການສ້າງຕັ້ງ, ເຂົ້າຮ່ວມ ແລະ ເຄື່ອນໄຫວຂອງກຳມະບານ, ລະບົບຈັດຕັ້ງຂອງກຳມະບານ ຫວຽດນາມ...
ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn )

ວັນທີ 18 ມິຖຸນາ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ, ສະພາແຫ່ງຊາດໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ), ກົດໝາຍວ່າດ້ານການຢາ (ສະບັບປັບປຸງ), ກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ).

ທີ່ກອງປະຊຸມປຶກສາຫາລື, ສະມາຊິກສະພາແຫ່ງຊາດສ່ວນຫຼາຍ ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນຕ້ອງປັບປຸງກົດໝາຍວ່າດ້ວຍກຳມະບານ, ພ້ອມທັງສະເໜີຕ້ອງກວດກາຄືນໃໝ່ ເພື່ອຮັບປະກັນເນື້ອໃນຂອງຮ່າງກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ) ຕ້ອງເໝາະສົມກັບກົດໝາຍວ່າດ້ວຍເຮືອນຢູ່, ກົດໝາຍດ້ວຍການປະກັນສັງຄົມ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນສ່ວນລວມ.

ມີສະມາຊິກສະພາແຫ່ງຊາດຫຼາຍທ່ານ ກໍ່ສະເໜີຕ້ອງເຮັດໃຫ້ແຈ້ງບາງເນື້ອໃນທີ່ກ່ຽວຂ້ອງຄື: ການສ້າງຕັ້ງ, ເຂົ້າຮ່ວມ ແລະ ເຄື່ອນໄຫວຂອງກຳມະບານ, ລະບົບຈັດຕັ້ງຂອງກຳມະບານ ຫວຽດນາມ; ການເຄື່ອນໄຫວ ກວດກາ, ຕິດຕາມກວດກາ ແລະ ຕີລາຄາຄຸນນະພາບສັງຄົມ ຂອງກຳມະບານ ຫວຽດນາມ. ແລະກໍ່ໃນວັນດຽວກັນ, ສະພາແຫ່ງຊາດຈະປຶກສາຫາລືເປັນກຸ່ມ ກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການແພດ, ຮ່າງກົດໝາຍວ່າດ້ວຍມໍລະດົກວັດທະນະທຳ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top