• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່​າ​ດ້ວຍ​ການ​ປັບ​ປຸງ, ເພີ່​ມ​ເຕີ​ມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ຖີ່ວິ​ທະ​ຍຸ​

ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸໄດ້ເພີ່ມເຕີມເນື້ອໃນລະອຽດ ແລະ ຈະແຈ້ງກວ່າ, ຊ່ວຍຮັບປະກັນລັກສະນະເປັນເອກະພາບກັບກົດໝາຍ ແລະ ຂໍ້ຜູກພັນໃນສັນຍາສາກົນທີ່ກ່ຽວຂ້ອງ.
  ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)  

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນບ່າຍວັນທີ 9 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ; ປຶກສາຫລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປ້ອງພົນລະເຮືອນ.

ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸໄດ້ເພີ່ມເຕີມເນື້ອໃນລະອຽດ ແລະ ຈະແຈ້ງກວ່າ, ຊ່ວຍຮັບປະກັນລັກສະນະເປັນເອກະພາບກັບກົດໝາຍ ແລະ ຂໍ້ຜູກພັນໃນສັນຍາສາກົນທີ່ກ່ຽວຂ້ອງ. ສຳລັບຮ່າງກົດໝາຍວ່າດ້ວຍການປົກປ້ອງພົນລະເຮືອນ, ການສ້າງກົດໝາຍ ແມ່ນເພື່ອແນໃສ່ສ້າງກອບນິຕິກຳລວມໃຫ້ແກ່ການປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຂອງສົງຄາມ; ປ້ອງກັນ, ຕ້ານ, ແກ້ໄຂໄພພິບັດທຳມະຊາດ, ໂລກລະບາດ, ຮັບປະກັນຄວາມປອດໄພ, ຄວາມສະຫງົບໃຫ້ແກ່ປະເທດຊາດ ເມື່ອເກີດກໍລະນີຕ່າງໆ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top