• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

ໄລ່ຮອດເວລາ 1 ໂມງຂອງວັນທີ 10 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 204 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 4,3 ລ້ານຄົນ. 
ພະນັກງານການແພດສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ (ພາບ:  welt.de)

ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງວັນທີ 10 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.241 ຄົນ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 228.135 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 80.348 ຄົນ.

ກ່ຽວກັບສະພາບການສັກວັກຊິນກັນໂຄວິດ - 19, ໃນວັນທີ 9 ສິງຫາ, ມີວັກຊິນກັນໂຄວິດ - 19 ເກືອບ 600.000 ໂດສ ໄດ້ຮັບການສັກ, ອັນໄດ້ຍົກຍອດຈຳນວນວັກຊິນໄດ້ຮັບການສັກຂຶ້ນເຖິງເກືອບ 10 ລ້ານໂດສ.

ສ່ວນຢູ່ໃນໂລກ ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 204 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 4,3 ລ້ານຄົນ. ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 36,7 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 634.000 ຄົນ.

ຢູ່ອາຊີຕາເວັນອອກສ່ຽງໃຕ້, ໃນລະຫວ່າງວັນທີ 3 – 9 ສິງຫາ ອິນໂດເນເຊຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 224.000 ຄົນ ແລະ ມີຜູ້ເສຍຊີວິດ ເກືອບ 12.500 ຄົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top