ໃນຕອນຄ່ຳວັນທີ 3 ກຸມພາ, ຢູ່ໂຮງລະຄອນ ໂຮ່ເກືອມ ນະຄອນຫຼວງ ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະພິເສດ ດ້ວຍຫົວຂໍ້ “95 ປີຈຸດປະກາຍຄວາມເຊື່ອໝັ້ນ”. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ພ້ອມດ້ວຍການນຳພັກ, ລັດ ຫຼາຍທ່ານກໍໄດ້ເຂົ້າຮ່ວມ.
ກໍໃນຕອນຄ່ຳວັນດຽວກັນ, ຢູ່ສະໜາມຫຼວງ 19 ສິງຫາ, ນະຄອນ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເປັນເຈົ້າພາບສົມທົບກັບນະຄອນ ຮ່າໂນ້ຍ ຈັດລາຍການສະແດງສິລະປະພິເສດ ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ດ້ວຍຫົວຂໍ້ “95 ປີ - ແສງສະຫວ່າງເຍືອງທາງ”. ລາຍການດັ່ງກ່າວມີການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເນັ້ນໜັກວ່າ:
“ລາຍການສະແດງສິລະປະສະເຫຼີມສະຫຼອງ 95 ປີ ແຫ່ງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນໜ້າປະຫວັດສາດທີ່ສະຫງ່າອົງອາດຂອງພັກ ແລະ ຂອງຊາດ. ລາຍການດັ່ງກ່າວ ເປັນການປະສານສົມທົບລະຫວ່າງຄວາມເຊື່ອໝັ້ນ, ຄວາມເອກອ້າງທະນົງໃຈ ແລະ ຄວາມຄາດຫວັງບືນຕົວຂຶ້ນ, ເພາະວ່າ ປະເທດໜຶ່ງທີ່ຮັ່ງມີເຂັ້ມແຂງນັ້ນ ບໍ່ພຽງແຕ່ຍ້ອນກຳລັງບົ່ມຊ້ອນດ້ານເສດຖະກິດເທົ່ານັ້ນ ຫາກຍັງໄດ້ສະແດງຜ່ານທາງລວງເລິກດ້ານວັດທະນະທຳ, ຄວາມຫຼາກຫຼາຍສີສັນ ທີ່ບໍ່ສາມາດແຕກສະຫຼາຍໄດ້ອີກດ້ວຍ”.
ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ຢູ່ ໄທ ແລະ ອິດສະຣາແອັນ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳນະຄອນຫຼວງ ປາຣີ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ກໍໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຂຶ້ນຢ່າງສົມກຽດ.