• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກົມປ້ອງກັນຄວາມສະຫງົບການເມືອງພາຍໃນ

ຕອນບ່າຍວັນທີ 10 ພຶດສະພາ, ທີ່ຮ່າໂນ້ຍ, ກົມໃຫຍ່ສັນຕິບານ, ກະຊວງຕຳຫລວດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກົມປ້ອງກັນຄວາມສະຫງົບການເມືອງພາຍໃນ (10/05/1958 – 10/05/2018).

ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກົມປ້ອງກັນຄວາມສະຫງົບການເມືອງພາຍໃນ (ພາບ: VTV1)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ຕາງໜ້້າໃຫ້ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ເຈືອງຮ່ວາບີງ ຊີ້ແຈ້ງວ່າ ພັກ, ລັດພວມຍູ້ແຮງພາລະກິດຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ແກ້ໄຂບັນດາຄະດີຈຸດສຸມ; ເພີ່ມທະວີການກໍ່ສ້າງປັບປຸງພັກ, ບູລະນະລະບົບການເມືອງໃຫ້ສົມບຸນແບບເຄື່ອນໄຫວຢ່າງມີປະສິດທິພາບ , ປະສິດທິຜົນ ດ້ວຍບັນດານະໂຍບາຍໃຫຍ່ທີ່ກ່ຽວຂ້ອງເຖິງພະນັກງານ, ສະມາຊິກພັກ ແລະ ການຮັບປະກັນຊີວິດສັງຄົມ.

        ຕາມທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ເຈືອງຮ່ວາບີງ ແລ້ວ, ໃນສະພາບການນັ້ນ ຮຽກຮ້ອງໃຫ້ກຳລັງຕຳຫລວດປະຊາຊົນເວົ້າລວມ, ກຳລັງປ້ອງກັນຄວາມສະຫງົບການເມືອງພາຍໃນເວົ້າສະເພາະ ຄວນເພີ່ມທະວີບັນດາມາດຕະການປະຕິບັດງານ, ປະກອບສ່ວນປ້ອງກັນພັກ, ປ້ອງກັນພາຍໃນ; ພ້ອມທັງເອົາໃຈໃສ່ປັບປຸງພາຍໃນຂອງກົມກອງໃຫ້ສາມັກຄີ, ປອດໃສ, ໝັ້ນຄົງເຂັ້ມແຂງ.

        ເນື່ອງໃນໂອາກາດນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ເຈືອງຮ່ວາບີງ ໄດ້ມອບຫຼຽນໄຊວິລະກຳຊັ້ນ 3 ຂອງປະທານປະເທດໃຫ້ກົມປ້ອງກັນຄວາມສະຫງົບການເມືອງພາຍໃນ.

(ແຫຼ່ງຄັດຈາກ VOV)


ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top