• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະພັນລັດເຊຍພິຈາລະນາການມອບໂອນເຕັກໂນໂລຢີຜະລິດ ວັກຊິນ Sputnik V ຢູ່ຫວຽດນາມ

ຕອນບ່າຍວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາງ Valentina Matvienko ປະທານສະພາສະຫະພັນລັດເຊຍ.
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເຈລະຈາທາງໂທລະສັບກັບທ່ານນາງ Valentina Matvienko ປະທານສະພາສະຫະພັນລັດເຊຍ

ການນຳທັງ 2 ໄດ້ຢືນຢັນການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນຫວຽດນາມ-ລັດເຊຍໄດ້ມີບັນດາບາດກ້າວຫັນປ່ຽນຢ່າງຕັ້ງໜ້າ. 2 ຝ່າຍໄດ້ເນັ້ນໜັກເຖິງການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນຫວຽດນາມ-ລັດເຊຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຊຶ່ງຄວນໄດ້ຮັບການເສີມຂະຫຍາຍໃຫ້ເໝາະສົມ.

      ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໃຫ້ຮູ້ວ່າ ຫວຽດນາມມີຄວາມຫວັງຢາກຮ່ວມມືກັບລັດເຊຍໃນຂົງເຂດມອບໂອນເຕັກໂນໂລຢີຜະລິດ ວັກຊິນກັນໂຄວິດ-19 ຢູ່ຫວຽດນາມ.

    ສ່ວນທ່ານນາງ Valentina Matvienko ປະທານສະພາສະຫະພັນລັດເຊຍ ໃຫ້ຮູ້ວ່າ  ສະຫະພັນລັດເຊຍພວມພິຈາລະນາການມອບໂອນເຕັກໂນໂລຢີຜະລິດ ວັກຊິນ ຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top