ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນວ່າ: ຖັນແຖວນັກທຸລະກິດ ແລະ ປະຊາຄົມວິສາຫະກິດຫວຽດນາມ ແມ່ນກຳລັງຜະລິດວັດຖຸຕົ້ນຕໍຂອງພື້ນຖານເສດຖະກິດຫວຽດນາມ, ແມ່ນໜຶ່ງໃນບັນດາປັດໄຈທີ່ມີຄວາມໝາຍຕັດສິນຄວາມສຳເລັດຂອງການປະຕິບັດເປົ້າໝາຍຫັນເປັນອຸດສາຫະກຳ ແລະ ທັນສະໄໝຢ່າງມີໄຊ, ສ້າງບາດກ້າວບຸກທະລຸໃນ. ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ລັດຖະບານຈະສືບຕໍ່ພ້ອມກັບສະມາຄົມນັກທຸລະກິດໜຸ່ມຫວຽດນາມ ສືບຕໍ່ພັດທະນາຢ່າງແຂງແຮງ.
ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ “ປ່ຽນໃໝ່ ແລະ ບໍ່ປ່ຽນແປງ”. ບັນດາຜູ້ແທນໄດ້ສະເໜີບັນດາວິທີແກ້ໄຂເພື່ອແນໃສ່ເສີມຂະຫຍາຍກຳລັງແຮງຮ່ວມສຳພັນ ເຄືອຂ່າຍນັກທຸລະກິດໜຸ່ມ ຫວຽດນາມ ແລະ ເຄືອຂ່າຍນັກທຸລະກິດໜຸ່ມໃນທົ່ວໂລກ.