• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຮຽກຮ້ອງໃຫ້ປະກອບສ່ວນເຂົ້າໃນລາຍການ “ATM F0 ຕ້ານໂລກລະບາດ

      ບັນດາກໍລະນີ F0 ທີ່ໄດ້ຮັບການປິ່ນປົວຫາຍດີ ແລ້ວມີຄວາມປາດຖະໜາຢາກເຂົ້າຮ່ວມລາຍການ ATM F0 ຕ້ານໂລກລະບາດ” ນັ້ນ ຈະໄດ້ຮັບການຝຶກອົບຮົມດ່ວນກ່ຽວກັບຄວາມຮູ້ ກໍຄືທັກສະໃນການດູແລຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ແລ້ວຈະໄດ້ສົ່ງໄປຍັງຮາກຖານສາທາລະນະສຸກ, ໂຮງໝໍ, ເຂດແຍກຕົວແຫ່ງຕ່າງໆ ເພື່ອໜູນຊ່ວຍຖັນແຖວແພດໝໍ, ພະຍາບານ.
(ພາບປະກອບ: nld.com.vn)
      ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ພວມຮຽກຮ້ອງໃຫ້ແຫຼ່ງໜູນຊ່ວຍລາຍການ “ATM F0 ຕ້ານໂລກລະບາດ” ຢູ່ນະຄອນ ໂຮ່ຈີມິນ. ບັນດາອົງການ, ສ່ວນບຸກຄົນສາມາດເຂົ້າຮ່ວມການຊ່ວຍເຫຼືອໃຫ້ແກ່ລາຍການດັ່ງກ່າວ ດ້ວຍການຊ່ວຍເຫຼືອເງິນໃຊ້ຈ່າຍໃຫ້ແກ່ບັນດາກໍລະນີ F0 ທີ່ໄດ້ຮັບການປິ່ນປົວຫາຍດີແລ້ວທັງມີວຽກເຮັດງານທຳ, ທັງມີລາຍຮັບໃນໄລຍະຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ທັງເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດ. ບັນດາກໍລະນີ F0 ທີ່ໄດ້ຮັບການປິ່ນປົວຫາຍດີ ແລ້ວມີຄວາມປາດຖະໜາຢາກເຂົ້າຮ່ວມລາຍການ ATM F0 ຕ້ານໂລກລະບາດ” ນັ້ນ ຈະໄດ້ຮັບການຝຶກອົບຮົມດ່ວນກ່ຽວກັບຄວາມຮູ້ ກໍຄືທັກສະໃນການດູແລຄົນເຈັບຕິດເຊື້ອພະຍາດໂຄວິດ - 19, ແລ້ວຈະໄດ້ສົ່ງໄປຍັງຮາກຖານສາທາລະນະສຸກ, ໂຮງໝໍ, ເຂດແຍກຕົວແຫ່ງຕ່າງໆ ເພື່ອໜູນຊ່ວຍຖັນແຖວແພດໝໍ, ພະຍາບານ. ທາງສະມາຄົມຈະນຳໃຊ້ຈຳນວນເງິນຊ່ວຍເຫຼືອເຫຼົ່ານັ້ນ ເພື່ອຊ່ວຍເຫຼືອ ກໍລະນີ F0 ທີ່ອາສາສະໝັກເຂົ້າຮ່ວມລາຍການ “ATM F0 ຕ້ານໂລກລະບາດ, ຄາດວ່າ ແຕ່ 6 ຫາ 8 ລ້ານດົ່ງຕໍ່ຄົນຕໍ່ເດືອນ.
        ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດ, ຕອນບ່າຍວັນທີ 17 ສິງຫາ ຜູ້ຕາງໜ້າກະຊວງສາທາລະນະສຸກ ແລະ ຄະນະກຳມະການປະຊາຊົນແຂວງ ຫວິງລອງ ໄດ້ຈັດຕັ້ງພິທີເປີດສະຫຼອງ ແລະ ນຳເຂົ້າເຄື່ອນໄຫວ ສູນຟື້ນຟູຊີບ ຄົນເຈັບຕິດເຊື້ອໂຄວິດ - 19 ຂຶ້ນກັບໂຮງໝໍເດັກສູນກາງ ຕັ້ງຢູ່ ໂຮງໝໍຫຼາຍຂະແໜງ ຫວິງລອງ. ສູນຟື້ນຟູຊີບດັ່ງກ່າວ ມີຂອບຂະໜາດ 200 ຕຽງ ແລະ ສາມາດຮັບກໍລະນີຕິດເຊື້ອໂຄວິດ - 19 ດ້ວຍອາການໜັກໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top