• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາ​ແຫ່ງ​ຊາດ ສືບ​ຕໍ່​ປຶກສາ​ຫາລື​ກ່ຽວກັບ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ

ຕອນເຊົ້າວັນທີ 15 ມິຖຸນາ, ສະພາແຫ່ງຊາດສືບຕໍ່ປຶກສາຫາລື ກ່ຽວກັບເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ.

ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ(ພາບ: quochoi.vn)

ຕໍ່ໜ້າຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດບາງທ່ານກ່ຽວກັບເລື່ອງປະກາດສິ້ນສຸດໂລກລະບາດ, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ ເລື່ອງປະກາດສິ້ນສຸດໂລກລະບາດ ຕ້ອງອີງໃສ່່ບັນດາການໄຈ້ແຍກທີ່ມີພື້ນຖານວິທະຍາສາດ ແລະ ສະພາບການຕົວຈິງ. ທ່ານ ໂຕວັນຕ໊າມ, ສະມາຊິກສະພາແຫ່ງຊາດແຂວງ ກອນຕຸມ ສະເໜີວ່າ:

        “ພວກເຮົາສ້າງສະພາບການປົກກະຕິໃໝ່ ທັງຍູ້ແຮງການພັດທະນາເສດຖະກິດສັງຄົມ ທັງປ້ອງກັນ ແລະ ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ. ຂ້າພະເຈົ້າຖືວ່າ ຈຸດຕົ້ນຕໍແມ່ນສືບຕໍ່ຍູ້ແຮງການປະຕິຮູບລະບອບລະບຽບການບໍລິຫານ, ປະຕິຮູບລະບອບລະບຽບການ, ຫວຽດນາມມີທ່າໄດ້ປຽບກ່ຽວກັບສະພາບແວດລ້ອມດໍາເນີນທຸລະກິດເປັນປົກກະຕິ, ການຄຸ້ມຄອງລັດພວມເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຕາມລວງເລິກໄດ້ເປັນຢ່າງດີ. ດັ່ງນັ້ນ, ຮຽກຮ້ອງໃຫ້ສືບຕໍ່ປະຕິຮູບລະບຽບການບໍລິຫານຢ່າງແຮງກວ່າອີກ ແລະ ແທດຈິງກວ່າອີກ”.

        ເມື່ອອະພິປາຍກ່ຽວກັບບັນດາເນື້ອໃນ ເຊິ່ງສະມາຊິກສະພາແຫ່ງຊາດມີຄວາມສົນໃຈ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕວ໊ນແອັງ ໃຫ້ຮູ້ວ່າ:

“ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປັນເຈົ້າການສ້າງແຜນການດໍາເນີນງານ ແລະ ໄດ້ປະກາດໃຊ້ໃນວັນທີ 03 ມິຖຸນາ ແລ້ວ. ໃນນັ້ນ ໄດ້ສຸມໃສ່ 3 ກຸ່ມບັນຫາໃຫຍ່, ທີໜຶ່ງແມ່ນຕ້ອງປັບປຸງ ແລະ ຈັດຕັ້ງບັນດາລະບົບສະໜອງໃຫ້ແກ່ການຜະລິດອຸດສາຫະກໍາຄືນໃໝ່ ສ້າງຄວາມຍືນຍົງ ແຕ່ມີໄຫວພິບກວ່າ, ຫຼີກລ້ຽງການອາໄສແຕ່ຕະຫຼາດບາງແຫ່ງ ແລະ ສິ່ງນີ້ແມ່ນສໍາຄັນທີ່ສຸດ, ອັນໄດ້ພາໄປເຖິງການຫັນປ່ຽນ ແລະ ສ້າງໂຄງສ້າງບັນດາການເຄື່ອນໄຫວພັດທະນາເສດຖະກິດການຄ້າຂອງໂລກຄືນໃໝ່ ຜ່ານການເຄື່ອນໄຫວລົງທຶນ. ທີສອງແມ່ນສຸມໃສ່ການຊຸກຍູ້ການພັດທະນາການສົ່ງອອກ ແລະ ຍາດແຍ່ງກາລະໂອກາດຈາກສັນຍາການຄ້າເສລີ ທີ່ໄດ້ລົງນາມແລ້ວ ກໍຄືຂຸດຄົ້ນບັນດາຕະຫຼາດທີ່ມີຄວາມສະດວກ ແລະ ມີທ່າແຮງບົ່ມຊ້ອນ”. 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top