• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຫວຽດນາມ ແລະ ລາວ ແບ່ງປັນບົດຮຽນກ່ຽວກັບນະໂຍບາຍຊົນເຜົ່າ

      ວັນທີ 6 ມີນາ, ຢູ່ ຫໍສະພາແຫ່ງຊາດ, ທ່ານ ຮ່າງອກຈຽນ, ປະທານສະພາຊົນເຜົ່າ ໄດ້ມີການເຈລະຈາກັບ ຄະນະຜູ້ແທນ ກຳມາທິການ ບັນດາເຜົ່າ ຂອງສະພາແຫ່ງຊາດລາວ ໂດຍທ່ານນາງ ບົວພັນ ລີໄກຢາ ປະທານກຳມາທິການ ບັນດາເຜົ່າ ເປັນຫົວຫນ້າຄະນະ.

ການເຈລະຈາລະຫວ່າງສະພາຊົນເຜົ່າຂອງຫວຽດນາມ ແລະ ກຳມາທິການ ບັນດາເຜົ່າ ຂອງສະພາແຫ່ງຊາດລາວ
      ທີ່ການເຈລະຈາ, ທ່ານປະທານສະພາຊົນເຜົ່າ ຂອງຫວຽດນາມ ຮ່າງອກຈຽນ ໄດ້ແບ່ງປັນກ່ຽວກັບພາລະບົດບາດ, ຫນ້າທີ່, ສິດອຳນາດຂອງສະພາຊົນເຜົ່າ. ທ່ານປະທານສະພາຊົນເຜົ່າ ຫວຽດນາມ ຮ່າງອກຈຽນ ໃຫ້ຮູ້ວ່າ: ລະບົບນະໂຍບາຍຊົນເຜົ່າຂອງຫວຽດນາມ ແມ່ນຮອບດ້ານພໍສົມຄວນ, ໄລ່ຮອດປີ 2016 ຫວຽດນາມ ໄດ້ມີ 66 ກົດໝາຍ, ກວ່າ 200 ເອກະສານຕ່ຳກວ່າກົດໝາຍ ມີສ່ວນກ່ຽວຂ້ອງເຖິງເຂດພູດອຍ, ຊົນເຜົ່າສ່ວນຫນ້ອຍ ແລະ ການຄຸ້ມຄອງລັດກ່ຽວກັບວຽກງານຊົນເຜົ່າ. ທ່ານນາງ ບົວພັນ ລີໄກຢາ ປະທານ ກຳມາທິການ ບັນດາເຜົ່າ ຂອງລາວໄດ້ສະເຫນີສະພາຊົນເຜົ່າຂອງຫວຽດນາມ ແບ່ງປັນຕື່ມອີກກ່ຽວກັບນະໂຍບາຍຊົນເຜົ່າສ່ວນຫນ້ອຍ, ນະໂຍບາຍສຳລັບຊາວຊົນເຜົ່າເຊື່ອຖືສາສະຫນາ ແລະ ມີຄວາມປາດຖະຫນາວ່າ ຢາກເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງ ກຳມາທິການ ບັນດາເຜົ່າຂອງລາວກັບສະພາຊົນເຜົ່າຂອງຫວຽດນາມ, ລະຫວ່າງສອງສະພາແຫ່ງຊາດ ແລະ ສອງປະເທດລາວ-ຫວຽດນາມ ກວ່າອີກ.
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top