• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຫວຽດນາມ ຈະຈັດການຊັກຖາມ ແລະ ຕອບຄຳຊັກຖາມຕາມ 4 ໝວດຂົງເຂດ

ຕອນບ່າຍວັນທີ 30 ຕຸລາ,ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານການເຮັດວຽກກ່ຽວກັບວຽກງານກະກຽມຈັດຕັ້ງການຊັກຖາມ ແລະ ຕອບຄຳຊັກຖາມຢູ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການເຮັດວຽກ

ຢູ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມໃນໄລຍະເວລາ 2,5 ວັນ. ສະພາແຫ່ງຊາດ ກໍ່ຈະດຳເນີນການຕິດຕາມກວດກາການປະຕິບັດ ຂອງບັນດາອົງການ ສຳລັບ10 ມະຕິ  ສະບັບກ່ຽວກັບການຕິດຕາມກວດກາບັນດາຫົວເລື່ອງ ແລະ ຄຳຊັກຖາມ ທີ່ໄດ້ວາງອອກໃນອາຍຸການຂອງສະພາແຫ່ງຊາດ ຫວຽດນາມ ທີ XIV ແລະ XV. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຫັນດີເປັນເອກະພາບຕໍ່ຄຳເຫັນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຖືວ່າ ການແລກປ່ຽນ, ປຶກສາຫາລື ທີ່ການເຮັດວຽກ ຈະຊ່ວຍຊອກຫາວິທີການຊັກຖາມທີ່ມີປະສິດທິຜົນທີ່ສຸດ, ຈາກນັ້ນ ກໍ່ປະກອບສ່ວນຍົກສູງປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວ ແລະ ອິດທິພົນຊື່ສຽງຂອງ ສະພາແຫ່ງຊາດ. ເປົ້າໝາຍຂອງການເຄື່ອນໄຫວ ຊັກຖາມ ແລະ ຕອບຄຳຊັກຖາມ ຕ້ອງໄດ້ຮັບການຢັ້ງຢືນດ້ວຍໝາກຜົນທີ່ປະຕິບັດໄດ້, ພ້ອມທັງຕີລາຄາບັນດາວຽກງານທີ່ຕ້ອງຖອດຖອນມາໄດ້ບົດຮຽນປະສົບການ, ປະກອບສ່ວນ ເຂົ້າໃນການປະຕິບັດການຕິດຕາມກວດມຢູ່ລະດັບສູງທີ່ສຸດຂອງສະພາແຫ່ງຊາດ. ຜ່ານການຕິດຕາມກວດກາ, ບັນດາອົງການກໍ່ຊອກຫາວິທີການເໝາະສົມ, ຕິດແທດສະພາບການປະຕິບັດຕົວຈິງ, ຕິດແທດກັບການຊີ້ນຳນຳພາຂອງພັກ, ນຳປະເທດຊາດຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກ, ສືບຕໍ່ພັດທະນາ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ສະພາແຫ່ງຊາດ ຈະຈັດຕັ້ງການຊັກຕາມ ແລະ ຕອບຄຳຊັກຕາມຖາມ 4 ໝວດຂົງເຂດ: ເສດຖະກິດສັງລວມ - ມະຫາພາກ, ເສດຖະກິດຂະແໜງ; ວັດທະນະທຳ, ສັງຄົມ, ຕຸລາການ, ວຽກງານການເມືອງພາຍໃນ, ການກວດສອບແຫ່ງລັດ.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top