• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດພົ້ນຕຳແໜ່ງປະທານປະເທດ ຫງວຽນຝູຈ້ອງ

      ເຖິງວ່າໜ້າທີ່ແມ່ນໜັກໜ່ວງທີ່ສຸດ, ແຕ່ດ້ວຍໜ້າທີ່ຄວາມຮັບຜິດຊອບອັນສູງສົ່ງຕໍ່ພັກ, ຕໍ່ປະຊາຊົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສຸມຈິດສຸມໃຈໃຫ້ແກ່ການພັດທະນາປະເທດຊາດ, ປະຕິບັດສຳເລັດໜ້າທີ່ໃນຖານະຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ.
ສະພາແຫ່ງຊາດໄດ້ດຳເນີນການພົ້ນຕຳແໜ່ງປະທານປະເທດດ້ວຍການປ່ອນບັດລັບ
(ພາບ: VGP)
      ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນບ່າຍວັນທີ 02 ເມສາ, ພາຍໃຕ້ການບໍລິຫານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ, ສະພາແຫ່ງຊາດໄດ້ດຳເນີນການພົ້ນຕຳແໜ່ງປະທານປະເທດດ້ວຍການປ່ອນບັດລັບ. ກ່າວຄຳເຫັນພາຍຫຼັງສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບການພົ້ນຕຳແໜ່ງທ່ານປະທານປະເທດຫງວຽນຝູຈ້ອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ເນັ້ນໜັກວ່າ.
        “2 ກວ່າປີຜ່ານມາ, ໃນເງື່ອນໄຂລະອຽດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບດຳລົງຕຳແໜ່ງປະທານປະເທດຕື່ມອີກ. ເຖິງວ່າໜ້າທີ່ແມ່ນໜັກໜ່ວງທີ່ສຸດ, ແຕ່ດ້ວຍໜ້າທີ່ຄວາມຮັບຜິດຊອບອັນສູງສົ່ງຕໍ່ພັກ, ຕໍ່ປະຊາຊົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສຸມຈິດສຸມໃຈໃຫ້ແກ່ການພັດທະນາປະເທດຊາດ, ປະຕິບັດສຳເລັດໜ້າທີ່ໃນຖານະຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ. ໂດຍຕາງໜ້າໃຫ້ສະພາແຫ່ງຊາດ, ຂໍຂອບໃຈ ແລະ ຂໍອວຍພອນໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັບກົມການເມືອງ, ຄະນະເລຂາ, ຄະນະບໍລິຫານງານສູນກາງພັກ, ນຳພາພັກ, ນຳພາປະຊາຊົນ ແລະ ນຳປະເທດຫວຽດນາມ ໃຫ້ນັບມື້ນັບພັດທະນາຢ່າງໄວ ແລະ ໝັ້ນຄົງ”.
        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຕຳແໜ່ງປະທານປະເທດໃນວັນທີ 23 ຕຸລາ 2018 ທີ່ກອງປະຊຸມສະໄໝສາມັນເມື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top