• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍຫຼາຍສະບັບ

ສະພາແຫ່ງຊາດປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບ: ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ, ກົດໝາຍວ່າດ້ວຍການລົງທຶນ.
ທີ່ກອງປະຊຸມ (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ວັນທີ 30 ຕຸລາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືຮ່າງກົດໝາຍຫຼາຍສະບັບ.

        ໃນຕອນເຊົ້າ, ສະພາແຫ່ງຊາດປຶກສາຫາລືຢູ່ຕາມໜ່ວຍກ່ຽວກັບ: ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບພາກລັດ - ເອກະຊົນ ແລະ ກົດໝາຍວ່າດ້ວຍການປະມູນ; ຮ່າງມະຕິກ່ຽວກັບການທົດລອງແກ້ໄຂວັດຖຸຫຼັກຖານ, ຊັບສົມບັດໃນວິວັດການສືບສວນ, ຟ້ອງສານ, ພິພາກສາບາງເຫດການ, ຄະດີອາຍາ…

        ຢູ່ບັນດາໜ່ວຍປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ, ບັນດາສະມາຊິກສະພາແຫ່ງຊາດສະເໜີຂໍ້ກຳນົດການພົວພັນລະຫວ່າງບັນດາໝວດການວາງແຜນຜັງລະດັບຊາດຮັບປະກັນລັກສະນະເປັນໄປໄດ້, ເປັນເອກະພາບ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດທີ່ຮີບດ່ວນໃນຕົວຈິງ.

        ກ່ຽວກັບການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະມູນ, ອະນຸຍາດໃຫ້ນຳໃຊ້ບັນດາຂໍ້ກຳນົດກ່ຽວກັບການປະມູນກ່ອນ, ບັນດາສະມາຊິກສະພາແຫ່ງຊາດສະເໜີພິຈາລະນາສິດ ແລະ ຄວາມຮັບຜິດຊອບຂອງເຈົ້າຂອງລົງທຶນ, ນັກປະມູນ ເພື່ອໃຫ້ມີຂໍ້ກຳນົດທີ່ສອດຄ່ອງ ແນໃສ່ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງທັງ 2 ຝ່າຍ. ກ່ຽວກັບກົດໝາຍວ່າດ້ວຍຜັງເມືອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ:

        “ກົດໝາຍວ່າດ້ວຍຜັງເມືອງ ສະບັບປັບປຸງຕ້ອງຮັບປະກັນການປະຕິບັດຕາມລັກສະນະຕໍ່ເນື່ອງ, ສືບທອດຄວາມສະຖຽນລະພາບ, ຂັ້ນຕອນໃນລະບົບວາງແຜນຜັງລະດັບຊາດ. ຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດລະຫວ່າງການວາງແຜນຜັງກັບຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ, ສັງຄົມ; ຮັບປະກັນການສົມທົບກັນຄຸ້ມຄອງຂະແໜງ, ຄຸ້ມຄອງຜືນແຜ່ນດິນ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການປົກປັກຮັກສາສິ່ງແວດລ້ອມ; ຮັບປະກັນຄວາມກົມກຽວລະຫວ່າງຜົນປະໂຫຍດແຫ່ງຊາດ, ບັນດາທ້ອງຖິ່ນ, ຜົນປະໂຫຍດຂອງປະຊາຊົນ, ໃນນັ້ນຜົນປະໂຫຍດແຫ່ງຊາດແມ່ນສູງສຸດ”.

        ສຳລັບກົດໝາຍວ່າດ້ວຍການລົງທຶນພາກລັດ - ເອກະຊົນ, ຮ່າງກົດໝາຍເປີດກວ້າງຂົງເຂດລົງທຶນຕາມຮູບແບບພາກລັດ - ເອກະຊົນ (PPP) ແລະ ຫຼຸດລະດັບຂອບເຂດໜ້ອຍສຸດເພື່ອສ້າງເງື່ອນໄຂ, ເພີ່ມທະວີການເຂົ້າຮ່ວມຂອງພາກເອກະຊົນໃນການປະຕິບັດບັນດາໜ້າທີ່ຂອງລັດ.

        ໃນຕອນບ່າຍ, ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນອາກາດປະຊາຊົນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top