• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາປະສານງານ ອາຊຽນ ຈັດກອງປະຊຸມກ່ຽວກັບບັນຫາ Timor-Leste ຂໍເຂົ້າເປັນສະມາຊິກ ອາຊຽນ

      ກອງປະຊຸມຄັ້ງທີ 9 ກຸ່ມປະຕິບັດງານສະພາປະສານງານ ອາຊຽນ (ACCWG) ໄດ້ດຳເນີນໃນຕອນບ່າຍວັນທີ 05 ມີນາ, ຢູ່ນະຄອນ ດ່າໜັງ, ປະເທດ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນກວັກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ຫວຽດນາມ ປະຈຳ ອາຊຽນ.

ກອງປະຊຸມຄັ້ງທີ 9 ກຸ່ມປະຕິບັດງານສະພາປະສານງານ ອາຊຽນ (ACCWG) 
      ກ່າວຄຳເຫັນທີ່ກອງປະຊຸມ, ດ້ວຍບົດບາດເປັນປະທານ ອາຊຽນ 2020, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ເນັ້ນໜັກວ່າ: ໜ້າທີ່ຂອງກຸ່ມປະຕິບັດງານສະພາປະສານງານ ອາຊຽນ ແມ່ນຄົ້ນຄວ້າ, ຕີລາຄາກ່ຽວກັບຄວາມສາມາດ, ລະດັບຄວາມກຽມພ້ອມຂອງ Timor-Leste ໃນເລື່ອງຂໍເຂົ້າເປັນສະມາຊິກ ອາຊຽນ ກໍ່ຄືຜົນກະທົບຂອງເລື່ອງເຂົ້າເປັນສະມາຊິກ ອາຊຽນ. ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຢັ້ງຢືນວ່າ: ພ້ອມກັບບັນດາປະເທດ ອາຊຽນ, ຫວຽດນາມ ຈະສືບຕໍ່ສະຫງວນໃຫ້ Timor-Leste ບັນດາການໜູນຊ່ວຍທີ່ເໝາະສົມ, ໃນນັ້ນ ມີເລື່ອງແບ່ງປັນບົດຮຽນກ່ຽວກັບວຽກງານກະກຽມເຂົ້າເປັນສະມາຊິກ ອາຊຽນ.
        Timor-Leste ຂໍເຂົ້າຮ່ວມ ອາຊຽນ ຢ່າງເປັນທາງການນັບແຕ່ປີ 2011. ໃນປີ 2012, ບັນດາການນຳ ອາຊຽນ ໄດ້ຊີ້ນຳສ້າງຕັ້ງກຸ່ມປະຕິບັດງານຂອງສະພາປະສານງານ ອາຊຽນ ເພື່ອພິຈາລະນາ, ຕີລາຄາຄວາມສາມາດ, ລະດັບຄວາມກຽມພ້ອມຂອງ Timor-Leste ກໍ່ຄືການກະທົບຂອງເລື່ອງເພີ່ມສະມາຊິກ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top