• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ ແລະ ໃນໂລກ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 07 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນກ່ວາ 49,64 ລ້ານຄົນ, ໃນນັ້ນ ມີ 1,24 ລ້ານຄົນເສຍຊີວິດ. 

ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ແມ່ນ 129.634 ຄົນແມ່ນຕົວເລກສູງທີ່ສຸດ ເຊິ່ງບໍ່ເຄີຍມີມາກ່ອນ ແລະ ກໍ່ແມ່ນຕົວເລກສູງທີ່ສຸດຢູ່ໂລກ. ໄລ່ມາຮອດປະຈຸບັນ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ອາເມລິກາ ໄດ້ລື່ນກາຍຕົວເລກ 10 ລ້ານຄົນແລ້ວ.

        ຢູ່ເອີຣົບ, ໃນ 24 ຊົ່ວໂມງຜ່ານມາ, ຝຣັ່ງ, ອີຕາລີ ແລະ ໂປໂລຍ ແມ່ນ 3 ປະເທດທີ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ຫລາຍທີ່ສຸດ. ປະຈຸບັນ ທົ່ວ ເອີຣົບ ມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 11,62 ລ້ານຄົນ, ໃນນັ້ນ ມີ 287.000 ຄົນເສຍຊີວິດ.

        ຢູ່ອາຊີ, ອິນເດຍ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 8,46 ລ້ານຄົນ.

        ແລະໃນເຫດການທີ່ກ່ຽວຂ້ອງ, ໄລ່ຮອດເວລາ 6 ໂມງຂອງວັນທີ 07 ພະຈິກ, ຫວຽດນາມ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 1 ຄົນ ເຊິ່ງກັບມາຈາກປະເທດ ອັງໂກລາ ແລະ ໄດ້ຮັບການແຍກຕົວໃນທັນທີ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດແມ່ນ 1213 ຄົນ, ໃນນັ້ນ ມີ 1070 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top