• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

ສ່ວນຢູ່ ຫວຽດນາມ, ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 19ໂມງ 30 ນາທີຂອງວັນທີ 26 ມິຖຸນາ ມາຮອດເວລາ 12 ໂມງຂອງວັນທີ 27 ມິຖຸນາ, ຫວຽດນາມ ມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 126 ຄົນ.
(ພາບ: TTXVN)

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ 27 ມິຖຸນາ ຕາມເວລາ UTC, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 181,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 3,9 ລ້ານຄົນ.

ສ່ວນຢູ່ ຫວຽດນາມ, ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 19ໂມງ 30 ນາທີຂອງວັນທີ 26 ມິຖຸນາ ມາຮອດເວລາ 12 ໂມງຂອງວັນທີ 27 ມິຖຸນາ, ຫວຽດນາມ ມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 126 ຄົນ. ດັ່ງນັ້ນ, ນັບແຕ່ເວລາ 12 ໂມງ ຂອງວັນທີ 27 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 15.401 ຄົນ ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 6.137 ຄົນ ແລະ 75 ຄົນເສຍຊີວິດ.

 (ແຫຼ່ງຄັດຈາກ VOV)
 

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top