• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ອະນຸຍາດໃຫ້ເຊື່ອມຕໍ່ການຊ່ວຍເຫຼືອຜ່ານຊາຍແດນໃຫ້ແກ່ ຊີຣີຄືນໃໝ່

ສະພາຄວາມໝັ້ນຄົງ ສປຊ ໃນວັນທີ 11 ກໍລະກົດ ໄດ້ຮັບຮອງເອົາມະຕິອະນຸຍາດໃຫ້ເຊື່ອມຕໍ່ການຊ່ວຍເຫຼືອມະນຸດສະທຳຜ່ານຊາຍແດນໃຫ້ແກ່ຊີຣີຄືນໃໝ່.

ການແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ແກ່ຊາວ ຊີຣີ (ພາບ: AFP/TTXVN) 

ເຖິງຢ່າງໃດກໍຕາມ, ການຊ່ວຍເຫຼືອໃຫ້ແກ່ ຊີຣີ ພຽງໄດ້ປະຕິບັດ ຜ່ານດ່ານຊາຍແດນພຽງແຫ່ງດຽວເທົ່ານັ້ນ ແທນທີ່ຜ່ານດ່ານຊາຍແດນສອງແຫ່ງ ຄືເມື່ອກ່ອນນີ້. ມະຕິສະບັບດັ່ງກ່າວ ໄດ້ຮັບການຮັບຮອງເອົາຈາກສະພາຄວາມໝັ້ນຄົງ ສປຊ ດ້ວຍຈຳນວນ 12 ບັດຄະແດນເຫັນດີ ໃນຈຳນວນ 15 ບັດຄະແນນ. ລັດເຊຍ, ຈີນ ແລະ ສາທາລະນະລັດ ໂດມີນີກາ ໄດ້ປ່ອນບັດຂາວ. ມະຕິສະບັບດັ່ງກ່າວ ໂດຍ ເຢຍລະມັນ ແລະ ແບນຊິກ ສະເໜີໃຫ້ອະນຸຍາດການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ຊີຣີ ແກ່ຍາວຕື່ມອີກ 1 ປີ ແລະ ປະຕິບັດຜ່ານດ່ານຊາຍແດນ Bab al-Hawa.
(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top