• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ລົງປະຊາມະຕິໂຮມກອງປະຊຸມພິເສດ ສະມັດຊາໃຫຍ່ ສປຊ

ບັນດາແຫຼ່ງຂ່າວຕ່າງປະເທດໃຫ້ຮູ້ວ່າ ສະພາຄວາມໝັ້ນຄົງ ສປຊ ຄາດວ່າ ຈະໂຮມກອງປະຊຸມໃນຕອນບ່າຍວັນທີ 27 ກຸມພາ ຕາມເວລາທ້ອງຖິ່ນ ເພື່ອລົງປະຊາມະຕິຮຽກຮ້ອງດຳເນີນກອງປະຊຸມພິເສດຂອງສະມັດຊາໃຫຍ່ ສປຊ ກ່ຽວກັບການກະທຳທາງການທະຫານຂອງ ລັດເຊຍ ຢູ່ ຢູແກຼນ.
  ກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ (ພາບ: AFP/TTXVN)  

 ຕາມຂໍ້ກຳນົດແລ້ວ, ມະຕິຈະຕ້ອງການໄດ້ຮັບການສະໜັບສະໜູນຂອງພຽງແຕ່ 9 ໃນຈຳນວນ 15 ປະເທດກຳມະການຂອງສະພາຄວາມໝັ້ນຄົງ ສປຊ ເພື່ອຮັບຮອງເອົາ ແລະ ບໍ່ມີປະເທດກຳມະການຖາວອນໃດມີສິດປະຕິເສດ ການໂຮມກອງປະຊຸມພິເສດຂອງ ສະມັດຊາໃຫຍ່. ຄາດວ່າ, ກອງປະຊຸມສະພາຄວາມໝັ້ນຄົງ ສປຊ ຈະດຳເນີນໃນຕອນເວລາ 3 ໂມງແລງຂອງວັນທີ 27 ກຸມພາ, ຕາມຄຳຮຽກຮ້ອງຂອງ ອາເມລິກາ ແລະ ອານບານີ. ຖ້າຫາກວ່າ ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິສະບັບນີ້, ຕາມຂໍ້ກຳນົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ຈະຕ້ອງຈັດຂຶ້ນໃນຮອບເວລາ 24 ຊົ່ວໂມງ.


(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top