• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດຫວຽດນາມປະຈຳມາເລເຊຍລົງພົບກັບຜູ້ຖືກສົງໄສຊາວຫວຽດນາມກ່ຽວຂ້ອງເຖິງເຫດສັງຫານພົນລະເມືອງ ສປປ.ເກົາຫຼີ

ຜູ້​ຖືກ​ສົງ​ໄສ​​​ຊາວ​ຫວຽດ​ນາມ ດ​ວ່ານ​ທິ​ເຮືອງ
(ພາບ: vietnamplus.vn)
      ພາຍ​ຫຼັງ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່​ງ​ມິງ ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ Anifah Aman ຢ​ູ່​ນອກກອງ​ປະ​ຊຸມ​ວົງ​ແຄບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ຜ່ານ​ມາ, ວັນ​ທີ 25/02, ມາ​ເລ​ເຊຍ ໄດ້​ເຫັນ​ດີ​ເພື່ອ​ໃຫ້​ຜູ້​ຕາງ​ໜ້າ​ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​ມາ​ເລ​ເຊຍ ​ລົງພົບ ແລະ ຢັ້ງ​ຢືນຜູ້​ຖືກ​ສົງ​ໄສ​​​ຖື​ໜັງ​ສື​ຜ່ານ​ແດນ​ຫວຽດ​ນາມ ທີ່​ກ່ຽວ​ຂ້ອງ​ເຖິງເຫດ​ສັງ​ຫານ​ພົນ​ລະ​ເມືອງ​ສ​ປ​ປ.ເກົາ​ຫຼີ ຄົນ​ໜຶ່ງ.
        ວັນ​ທີ 25/02, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ມາ​ເລ​ເຊຍ ໄດ້​ລົງ​ພົບ ແລະ ຢັ້ງ​ຢືນວ່າ​ແມ່ນ​ພົນ​ລະ​ເມືອງ​ຫວຽດ​ນາມ, ທີ່​ມີ​ຊື່​ວ່າ ດ​ວ່ານ​ທິ​ເຮືອງ, ເກີດ​ປີ 1988 ຢູ່​ແຂວງ​ນາມດິ້ງ. ດ​ວ່ານ​ທິ​ເຮືອງ ໃຫ້​ຮູ້​ວ່າ​ຖືກ​ສວຍ​ໃຊ້ ແລະ ຄິດ​ວ່າ​ພວມ​ເຂົ້າ​ຮ່ວມ​ການ​ສະ​ແດງຖ່າຍ​ທຳວີ​ດີ​ໂອ​ຕະ​ລົກ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຊີ້​ນຳ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ມາ​ເລ​ເຊຍ ສະ​ເໜີ​ໃຫ້​ຝ່າຍ​ມາ​ເລ​ເຊຍ ແກ້​ໄຂ​ເຫດ​ການ​ຖືກ​ຕາມ​ກົດ​ໝາຍ​ຂອງ​ມາ​ເລ​ເຊຍ, ກົດ​ໝາຍ ແລະ ມາດ​ຕະ​ຖານ​ສາ​ກົນ. ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຫວຽດ​ນາມ ຈະ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັ​ບ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຂອງ​ມາ​ເລ​ເຊຍ ໃນ​ການ​ສືບ​ສວນ​ເຫດ​ການນີ້.
 (ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top