• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ກ່າວເຕືອນພົນລະເມືອງ ອອກຈາກເກາະ Bali ໂດຍໄວ

      ໃນກໍລະນີຕ້ອງການການໜູນຊ່ວຍ, ພົນລະເມືອງ ຫວຽດນາມ ອາດສາມາດຕິດຕໍ່ທາງໂທລະສັບສາຍດ່ວນຂອງສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕາມເບີໂທ +62811161025.

 ສຳນັກຂ່າວສານຊິນຮວາ /ສຳນັກຂ່າວສານ ຫວຽດນາມ
      ວັນທີ 27 ພະຈິກ, ບັນດາອົງການມີໜ້າທີ່ຮັບຜິດຊອບ ອິນໂດເນເຊຍ ໄດ້ຍົກລະດັບກ່າວເຕືອນໄພພິບັດທຳມະຊາດ ຢູ່ເກາະ Bali, ອິນໂດເນເຊຍ, ຂຶ້ນລະດັບສູງສຸດ ຍ້ອນບັນດາສັນຍານສະແດງໃຫ້ເຫັນວ່າ ພູເຂົາໄຟ Agung ພວມເຄື່ອນໄຫວຄືນໃໝ່. ກ່ອນໜ້ານັ້ນ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ກໍ່ໄດ້ກ່າວເຕືອນສຳລັບແຂກທ່ອງທ່ຽວ ຫວຽດນາມ ຢາກໄປທ່ອງທ່ຽວຢູ່ ບາລີ; ແຂກທ່ອງທ່ຽວພວມຢູ່ ບາລີ ຕ້ອງນຳໃຊ້ການບໍລິການຄົມມະນາຄົມທາງບົກໄປເຖິງທາງທິດຕາເວັນຕົກຂອງເກາະແຫ່ງນີ້, ໄປເຖິງນະຄອນ Surabaya ເພື່ອອອກຈາກເຂດນີ້ດ້ວຍເຮືອບິນ. ໃນກໍລະນີຕ້ອງການການໜູນຊ່ວຍ, ພົນລະເມືອງ ຫວຽດນາມ ອາດສາມາດຕິດຕໍ່ທາງໂທລະສັບສາຍດ່ວນຂອງສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕາມເບີໂທ +62811161025.
        ສະຖານທູດ ຫວຽດນາມ ໃຫ້ຮູ້ວ່າ: ມີນັກທ່ອງທ່ຽວ ຫວຽດນາມ ກຸ່ມໜຶ່ງພວມຖືກຄ້າງໄວ້ຢູ່ ບາລີ ຍ້ອນວ່າ ສະໜາມບິນ Depansar ຖືກປິດປະຕູ, ໄດ້ຕິດຕໍ່ພົວພັນກັບສະຖານທູດ ຫວຽດນາມ ຢາກໄດ້ຮັບການຊ່ວຍເຫຼືອ. ສະຖານທູດ ໄດ້ແນະນຳກຸ່ມນັກທ່ອງທ່ຽວດັ່ງກ່າວອອກຈາກເຂດຖືກຜົນສະທ້ອນດ້ວຍທາງບົກ ແລະ ໄປເຖິງນະຄອນ Surabaya ດ້ວຍເຮືອ, ຫຼັງຈາກນັ້ນຈຶ່ງຂີ່ເຮືອບິນເຖິງ ຈາກາກຕາ. ຮອດຕອນຄ່ຳວັນທີ 27 ພະຈິກ, ກຸ່ມນັກທ່ອງທ່ຽວດັ່ງກ່າວໄດ້ໄປຮອດ ຈາກາກຕາ ດ້ວຍຄວາມປອດໄພ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top