ທ່ານ Antonio Guterresເລຂາທິການໃຫຍ່ ສປຊ (ພາບ: THX/TTXVN)
ທີ່ກອງປະຊຸມຖະແຫຼງຂ່າວທາງອອນລາຍຂອງສປຊ, ທ່ານ Guterres ຢັ້ງຢືນວ່າ ບັນດາສິ່ງທີ່ຮ້າຍແຮງທີ່ສຸດຍັງບໍ່ທັນເກີດຂຶ້ນ, ພິເສດແມ່ນສຳລັບບັນດາປະເທດພວມມີການປະທະກັນຄື ຊີຣີ, ລີບີ ແລະ ເຢແມນ. ທ່ານ Guterres ເນັ້ນໜັກວ່າ ໄດ້ມີບັນດາຄວາມຄືບໜ້າທີ່ດີພໍສົມຄວນພາຍຫຼັງຄຳຮຽກຮ້ອງໃຫ້ຢຸດຕິການສູ້ຮົບທຳອິດໃນວັນທີ 23 ມີນາ ທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ການປະທະກັນຍັງເກີດຂຶ້ນຢູ່ບາງປະເທດເຮັດໃຫ້ອຳນາດການປົກຄອງປະເທດປະຈຳຖິ່ນບໍ່ສາມາດຂຶ້ນແຜນການຮັບມືກັບໂລກລະບາດ Covid– 19 ໄດ້.
ນອກຈາກນັ້ນ, ທ່ານເລຂາທິການໃຫຍ່ ສປຊກໍ່ສະແດງຄວາມຂອບໃຈເຖິງການສະໜັບສະໜູນຢຸດຕິການສູ້ຮົບຂອງ ກ່ວາ 70 ປະເທດ ແລະ ບັນດາການນຳອົງການສາສະໜາກໍ່ຄືບັນດາອົງການບໍ່ຂຶ້ນກັບລັດຖະບານ.
(ແຫຼ່ງຄັດຈາກ VOV)