• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານໜູນຊ່ວຍແກ້ໄຂຜົນຮ້າຍຈາກອຸປະຕິເຫດ ເຂື່ອນໄຟຟ້າຢູ່ແຂວງອັດຕະປືຂອງ ລາວ

ໂດຍປະຕິບັດຕາມຄໍາຊີ້ນໍາຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫ້ອງວ່າການຄະນະກໍາມະການແຫ່ງຊາດ ກ່ຽວກັບການຮັບມືກັບໄພພິບັດ ແລະ ກູ້ໄພກູ້ຊີບ ໄດ້ສະເໜີມາຍັງການນໍາຄະນະກໍາມະການ ແລະ ກະຊວງປ້ອງກັນປະເທດ, ຜັນຂະຫຍາຍວຽກງານໜູນຊ່ວຍລາວໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດເຂື່ອນໄຟຟ້າແຕກຢູ່ແຂວງອັດຕະປື.

ໄລ່ມາຮອດເວລາ 16 ໂມງ 30 ນາທີີ, ວັນທີ 27 ກໍລະກົດ 2018:

        ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາທະຫານເຂດ 5, ຈັດສົ່ງກໍາລັງ: ລວມມີພົນທະຫານ 100 ຄົນ, ລົດໂອໂຕ 9 ຄັນ, ພ້ອມກັບຢຸກຢາ ແລະ ອຸປະກອນການແພດຈໍານວນໜຶ່ງທີ່ສາມາດປິ່ນປົ່ວພະຍາດໃຫ້ແກ່ປະຊາຊົນ 500 ຄົນ; ນອກຈາກນັ້ນຍັງໄດ້ໜູນຊ່ວຍ ສະບຽງອາຫານ, ນໍ້າບໍລິສຸດ ເຊິ່ງລວມມີມຸນຄ່າ 450 ລ້ານດົ່ງ; ພົນລະພາກຫຼວງ 15 ໄດ້ໜູນຊ່ວຍໃຫ້ແຂວງອັດຕະປືຈໍານວນເງິນ 10 ລ້ານກີບ ເພື່ອຊ່ວຍເຫຼືອສຸກເສີນປະຊາຊົນຜູ້ປະສົບເຄາະຮ້າຍ.

        ໃນຂະນະດຽວກັນ, ກໍາລັງເສນາຮັກໄດ້ກວດ ແລະ ປິ່ນປົ່ວພະຍາດໃຫ້ປະຊາຊົນ 200 ຄົນໃນບໍລິເວນປະສົບເຄາະຮ້າຍ, ບັນດາກໍາລັງເສນາຮັກຂອງທະຫານເຂດ 5 ໄດ້ສົມທົບກັບລາວ ເຂົ້າຮ່ວມການຊອກຫາຜູ້ເສຍສາບສູນ ແລະ ບັນຊາການສັນຈອນໄປມາ.

        ຄະນະກໍາມະການແຫ່ງຊາດ ກ່ຽວກັບການຮັບມືກັບໄພພິບັດ ແລະ ກູ້ໄພກູ້ຊີບ, ໄດ້ສະເໜີມາຍັງທ່ານນາຍົກລັດຖະມົນຕີ ອະນຸຍາດໃຫ້ສະໜອງຜ້າກັ້ງຕູບ 15 ຊຸດ ເພື່ອຊ່ວຍເຫຼືອແຂວງອັດຕະປື.

         ນອກຈາກນັ້ນ, ແຂວງກອນຕຸມຂອງຫວຽດນາມ ກໍໄດ້ໜູນຊ່ວຍແຂວງອັດຕະປື ຈໍານວນເງິນ 550 ລ້ານດົ່ງ ແລະ ເຄື່ອງບັນເທົາທຸກ ລວມມີມູນຄ່າ 200 ລ້ານດົ່ງ. 

(ແຫຼ່ງຄັດຈາກ VOV)

 

 


ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top