• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ທະ​ຍຸ​ກະ​ຈາຍ​ສຽງ Sputnik: “ຄ​ຳ​ໃຫ້​ຂ​ໍ​້ສັງ​ເກດ​ຂອງ​ບັນ​ດາ​ອົງ​ການ​ການ​ເງິນ​ສາ​ກົນ​ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ແມ່ນ​ມີ​ພື້ນຖານ”

ບົດລາຍງານກ່ຽວກັບແງ່ຫວັງເສດຖະກິດ ອາຊີ ໂດຍ IMF ປະກາດໃນວັນທີ 11 ຕຸລາ ໄດ້ຄາດຄະເນວ່າ ລະດັບການເຕີບໂຕ GDP ຂອງ ຫວຽດນາມໃນປີ 2022 ແມ່ນ 7%.
  (ພາບປະກອບ: TTXVN)  

ວິທະຍຸກະຈາຍສຽງ Sputnik (ລັດເຊຍ) ຖືວ່າ ຫວ່າງມໍ່ໆມານີ້, ບັນດາອົງການການເງິນ ແລະ ອົງການຈັດອັນດັບຄວາມໄວ້ວາງໃຈແຖວໜ້າໂລກ ໄດ້ຍົກອອກຂໍ້ສັງເກດວ່າດ້ວຍການເຕີບໂຕເສດຖະກິດ ຫວຽດນາມ ແມ່ນມີພື້ນຖານ. ນັບແຕ່ທະນາຄານໂລກ (WB), ກອງທຶນເງິນຕາສາກົນ (IMF), ບັນດາອົງການຈັດອັນດັບຄວາມໄວ້ວາງໃຈຄື Moody’s, Fitch, Standard & Poor’s (S&P) ຕະຫຼອດຮອດທະນາຄານ Overseas Bank (UOB) ຂອງ ສິງກະໂປ ຫຼື Standard Chartered ຂອງ ອັງກິດ ລ້ວນແຕ່ໄດ້ຕີລາຄາທີ່ໜ້າປະເອີບໃຈກ່ຽວກັບແງ່ຫວັງເສດຖະກິດຂອງ ຫວຽດນາມ ໃນຂະນະທີ່ສະພາບການທົ່ວໂລກພວມມືດຄຶ້ມ. ບົດລາຍງານກ່ຽວກັບແງ່ຫວັງເສດຖະກິດ ອາຊີ ໂດຍ IMF ປະກາດໃນວັນທີ 11 ຕຸລາ ໄດ້ຄາດຄະເນວ່າ ລະດັບການເຕີບໂຕ GDP ຂອງ ຫວຽດນາມໃນປີ 2022 ແມ່ນ 7%.  ສິ່ງທີ່ໜ້າສົນໃຈແມ່ນ, ໃນຂະນະທີ່ IMF ຖືວ່າ ມີເຖິງ 1/3 ພື້ນຖານເສດຖະກິດໃນໂລກຈະຖືກຊຸດໂຊມ, ລະດັບການເຕີບໂຕນີ້ຂອງ ຫວຽດນາມ ຖືວ່າແມ່ນຜົນສຳເລັດທີ່ຍິ່ງໃຫຍ່.  ບໍ່ພຽງແຕ່ເທົ່ານັ້ນ, ອົງການຈັດອັນດັບຄວາມໄວ້ວາງໃຈ Moody’s ຍັງໃຫ້ການຄາດຄະເນວ່າ ໃນປີ 2022 ເສດຖະກິດ ຫວຽດນາມ ຈະເຕີບໂຕເຖິງ 8,5%. ວິທະຍຸກະຈາຍສຽງ Sputnik ຖືວ່າ ເລື່ອງ  Moody’s ຍົກອັນດັບຄວາມໄວ້ວາງໃຈແຫ່ງຊາດຂອງ ຫວຽດນາມ ຂຶ້ນລະດັບ Ba2 ໄດ້ສ່ອງແສງໃຫ້ເຫັນ ການຕີລາຄາຂອງບັນດາອົງການຈັດຕັ້ງນີ້ກ່ຽວກັບກຳລັງແຮງທາງດ້ານເສດຖະກິດຂອງ ຫວຽດນາມ ແມ່ນນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ມີຄວາມສາມາດຮັບມືກັບການຜັນປ່ຽນຢ່າງສັບສົນຈາກພາຍອອກ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top