• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດເບິ່ງແຍງວຽກງານໜູນຊ່ວຍສັງຄົມໃຫ້ປະຊາຊົນ


(ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ 
ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ)

​      ວັນ​ທີ 01/02, ຢູ່​ແຂວງ ​ເບ໋ນ​ແຈ, ການ​ນຳ​ບໍລິສັດ​ຫຸ້ນ​ສ່ວນ​ກໍ່ສ້າງ​ເໜືອ​ໃຕ້ 79 (ດ່າ​ໜັງ) ​ໄດ້ມອບເງິນຈຳນວນ 5 ຕື້​ດົ່ງ​ໃຫ້​ຜູ້ຕາງໜ້າ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ​ເບ໋ນ​​ແຈ ​ເພື່ອ​ປຸກສ​້າງ​ເຮືອນ​ຢູ່​ໃຫ້​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທີ່​ທຸກ​ຍາກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ຂອງຂວັນ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຍ້ອງຍໍຊົມ​ເຊີຍ​ ​ແລະ ຕີ​ລາຄາ​ສູງບໍລິສັດ​ຫຸ້ນ​ສ່ວນ​ກໍ່ສ້າງ​ເໜືອ​ໃຕ້ 79 (ດ່າ​ໜັງ) ທີ່​ມີ​ຄວາມ​ເອົ​າ​ໃຈ​ໃສ່, ​ເບິ່ງ​ແຍງ​​ວຽກ​ງານ​ໜູນ​ຊ່ວຍ​ສັງຄົມ​ຢູ່​ແຂວງ ​ເບ໋ນ​ແຈ. ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ແຂວງ ​ເບ໋ນ​ແຈ ​ໃຫ້ບຸລິມະສິດ​ນຳ​ໃຊ້​ຈຳນວນ​ເງິນ​ດັ່ງກ່າວ ​ເພື່ອ​ຊ່ວຍ​ເຫຼືອ​ການ​ປຸກ​ສ້າງ​ເຮືອນ​ຢູ່​ໃຫ້​ແກ່​ຄອບຄົວ​ນະ​ໂຍບາຍ, ຄອບຄົວປະສົ​ບກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top