• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດ ຫວຽດນາມ - ສະວິດ ເພີ່ມທະວີການຮ່ວມມືດ້ານພື້ນຖານໂຄງລ່າງ ແລະ ເສດຖະກິດສີຂຽວ

SVEF ພ້ອມແລ້ວທີ່ຈະໃຫ້ຄຳປຶກສາຍຸດທະສາດໃຫ້ແກ່ບັນດາສູນການເງິນສາກົນຢູ່ ຫວຽດນາມ.
ທ່ານ ຫງວຽນດຶກເຕິມ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນວິສາຫະກິດ ສະວິດ - ຫວຽດນາມ (ພາບ: ຄະນະຈັດຕັ້ງ)

ວັນທີ 03 ກຸມພາ, ທ່ານ ຫງວຽນດຶກເຕິມ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນວິສາຫະກິດ ສະວິດ - ຫວຽດນາມ (SVEF) ໂດຍທ່ານ Philipp Roesler, ປະທານອົງການເວທີປາໄສເສດຖະກິດ ສະວິດ - ຫວຽດນາມ ນຳໜ້າ.

ຢູ່ທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນດຶກເຕິມ ໃຫ້ຮູ້ວ່າ ຫວຽດນາມ ສົ່ງເສີມໃຫ້ບັນດາວິສາຫະກິດ ສະວິດ ລົງທຶນເຂົ້າກະສິກຳສີຂຽວ, ເສດຖະກິດດີຈີຕອນ ແລະ ພື້ນຖານໂຄງລ່າງຂໍ້ມູນໃຫຍ່ (Big Data) ບົນພື້ນຖານພະລັງງານສະອາດ.

ສ່ວນທ່ານ Philipp Roesler, ອະດີດຮອງນາຍົກລັດຖະມົນຕີ ເຢຍລະມັນ, ຕາງໜ້າໃຫ້ຄະນະຜູ້ແທນວິສາຫະກິດ SVEF, ເນັ້ນໜັກວ່າ ບັນດາຄະນະຜູ້ແທນວິສາຫະກິດ ສະວິດ ມີຄວາມສົນໃຈເປັນພິເສດຕໍ່ການເຊື່ອມຕໍ່ແຫຼ່ງທຶນໄລຍະຍາວເຂົ້າບັນດາພື້ນຖານໂຄງລ່າງ ແລະ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການສ້າງຂອບນິຕິກຳໃຫ້ແກ່ຕະຫຼາດສິນເຊື່ອກາກບອນ. SVEF ພ້ອມແລ້ວທີ່ຈະໃຫ້ຄຳປຶກສາຍຸດທະສາດໃຫ້ແກ່ບັນດາສູນການເງິນສາກົນຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top