• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມຄົບຄະນະຄັ້ງທີ 4 ກຳມາທິການເສດຖະກິດຂອງສະພາແຫ່ງຊາດ

      ວັນທີ 11 ພຶດສະພາ ຢູ່ຮ່າໂນ້ຍ, ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ໄດ້ຈັດຕັ້ງວາລະປະຊຸມຄົບຄະນະຄັ້ງທີ 4 ເພື່ອຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມປີ 2016, ສະພາບການປະຕິບັດແຜນການໃນຊຸມເດືອນຕົ້ນປີ 2017.
      ກວດກາຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການແກ້ໄນຫນີ້ເສຍຂອງບັນດາອົງການສິນເຊື່ອ. ຜ່ານການປຶກສາຫາລື, ບັນດາຜູ້ແທນລ້ວນແຕ່ເຫັນດີໂດຍຖືວ່າ ສະພາບການເສດຖະກິດ ສັງຄົມຢູ່ພາຍໃນປະເທດໃນໄລຍະຈະມາເຖິງຈະປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ໄພເງິນເຟີ້ຖືກກຳລັງດັນເພີ່ມຂຶ້ນໃນສະພາບການເສດຖະກິດເຕີບໂຕຢູ່ໃນລະດັບຕ່ຳ. ຜູ້ແທນຫລາຍທ່ານຖືວ່າ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຄວນຍົກສູງຄຸນນະພາບການທ່ອງທ່ຽວ, ພ້ອມທັງກະກຽມບັນດາເງື່ອນໄຂ ແລະ ຜະລິດຕະພັນການທ່ອງທ່ຽວເປັນຢ່າງດີເພື່ອຍາດແຍ່ງກາລະໂອກາ, ຕ້ອນຮັບນັກທ່ອງທ່ຽວມາຫວຽດນາມ, ພິເສດໃນໂອກາດ ຫວຽດນາມ ແມ່ນປະເທດເຈົ້າພາບຈັດຕັ້ງເວທີປາໄສ APEC ຊື່ງຈັດຕັ້ງໃນທ້າຍປີ ເພື່ອຊຸກຍູ້ການໂຄສະນາ, ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນຊຸມປີຕໍ່ໄປ.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top