• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງ​ແຜນ​ກຳ​ນົດ​ນຳ​ໃຊ້​ທີ່ດິນ​ແຫ່ງ​ຊາດ​ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050 ຕ້ອງ​ຮັບ​ປະ​ກັນ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ບໍ​ລິ​ເວນ​ພັດ​ທະ​ນາ

ການ​ວາງ​ແຜນ​ກຳ​ນົດ​ຕ້ອງ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ທີ່​ດິນ​ເພື່ອ​ຮັບ​ໃຊ້​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ທັນ​ການ ກໍ່ຄື​ຄວາມ​ຮຽກ​ຮ້ອງ​ເປີດກວ້າງ​​ບໍ​ລິ​ເວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຕາມ​​ທິດທາງ​ໃໝ່, ຕ້ອງ​​ຕິດ​ແທນ​​ກັບສະ​ພາບ​ຕົວ​ຈິງ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ (ພາບ: VOV)
ວັນ​ທີ 22 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ຮ່າ​ໂນ້ຍ, ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ປະ​ເມີນ​ການ​ປັບ​ປຸງ​ແຜນ​ກຳ​ນົດ​ນຳ​ໃຊ້​ທີ່​ດິນ​ແຫ່ງ​ຊາດ​ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ, ປະ​ທານ​ສະ​ພາ​ປະ​ເມີນ, ເນັ້ນ​ໜັກ​ວ່າ​ການ​ປັບ​ປຸງ​​ແຜນ​ກຳ​ນົດ​​ນຳ​ໃຊ້​ທີ່​ດິນ​ແຫ່ງ​ຊາດ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ພິ​ເສດ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ການ​ວາງ​ແຜນ​ກຳ​ນົດ​ຕ້ອງ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ທີ່​ດິນ​ເພື່ອ​ຮັບ​ໃຊ້​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ທັນ​ການ ກໍ່ຄື​ຄວາມ​ຮຽກ​ຮ້ອງ​ເປີດກວ້າງ​​ບໍ​ລິ​ເວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຕາມ​​ທິດທາງ​ໃໝ່, ຕ້ອງ​​ຕິດ​ແທນ​​ກັບສະ​ພາບ​ຕົວ​ຈິງ, ຄວາມຮຽກ​ຮ້ອງ​ພັດ​ທະ​ນາ​ໃໝ່ຂອງ​ປະ​ເທດ​ຊາດ ແລະ ບັນ​ດາ​ພື້​ຖານ​ດ້ານ​ການ​ເມືອງ, ກົດ​ໝາຍ​ໃນ​ປັດ​ຈຸ​ບັນ. ການ​ວາງ​ແຜ​ນ​ຜັງ​ຕ້ອງ​ມີ​ວິ​ໄສ​ທັດ​​ຍາວ​ນານ​ຮອດ​ປີ 2050, ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​​ບໍ​ລິ​ເວນ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ເຂດ, ທ້ອງ​ຖິ່ນ; ພ້ອມ​ທັງ​ຕ້ອງ​ກາຍ​ເປັນ​ເຄື່ອງ​ມື​ສຳ​ຄັນ​ເພື່ອ​ຮັບ​ຮູ້, ຂຸດ​ຄົ້ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ທ່າ​ໄດ້​ປຽບ ແລະ ຊັບ​ພະ​ຍາ​ກອນ​ທີ່​ດິນ​​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ຊຸມ​ທົດ​ສະ​ວັດ​ຈະ​ມາ​ເຖິງຢ່າງ​ມີ​ປະ​ສິດ​ທິ​ຜົນ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.

Top