• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ເຊີ​ດ​ຊູພາ​ສາ ຫວຽດ ທີ 8 ກັນ​ຍາ: ພາ​ສາ ຫວຽດ, ຂົວ​ຕໍ່​ແຫ່ງ​ການ​ພົວ​ພັນ​ແບບ​ພິ​ເສດ ລາວ - ຫວຽດ​ນາມ

ໂດຍຕອບສະໜອງວັນເຊີດຊູພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ວັນທີ 7 ກັນຍາ, ຢູ່ວັດ ເຟີດຕິກ, ນະຄອນຫຼວງ ວຽງຈັນ, ລາວ ໄດ້ດຳເນີນພິທີເຊີດຊູພາສາ ຫວຽດ ຢູ່ ລາວ ປີ 2024.
ທ່ານ ຟານມິງຈຽນ, ອຸປະທູດຊົ່ວຄາວ, ສະຖານທູດ ຫວຽດນາມ ປະຈຳ ລາວ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານ ຟານມິງຈຽນ, ອຸປະທູດຊົ່ວຄາວ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ເນັ້ນໜັກວ່າ ພາສາ ຫວຽດ ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ ຫວຽດນາມ. ໃນໄລຍະຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ແລະ ຄະນະປະສານງານສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ລາວ ຈັດຫຼາຍກິດຈະກຳທີ່ມີຄວາມໝາຍ, ຊ່ວຍແຜ່ກະຈາຍນ້ຳໃຈຮັກພາສາ ຫວຽດ ໃນໝູ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ລາວ ແລະ ປະຊາຊົນ ລາວ, ໃນນັ້ນ, ມີການເສັງ “ທູດພາສາ ຫວຽດ ຢູ່ຕ່າງປະເທດ”. ຜ່ານການເສັງ, ຄະນະຈັດຕັ້ງປາດຖະໜາວ່າ ຕ້ອງຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມຊາວ ຫວຽດນາມ ຢູ່ລາວ ທີ່ມີຕໍ່ພາສາ ຫວຽດ, ພິເສດແມ່ນການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ປະກອບສ່ວນສ້າງປະຊາຄົມຊາວ ຫວຽດນາມ ຢູ່ ລາວ ໃຫ້ມີສະຖຽນລະພາບ, ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ.

ເນື່ອງໃນໂອກາດນີ້, ສະຖານທູດ  ຫວຽດນາມ ປະຈຳ ລາວ ໄດ້ມອບໃບຍ້ອງຍໍ ແລະ ລາງວັນໃຫ້ແກ່ ຜູ້ເຂົ້າຮ່ວມການເສັງ 3 ຄົນ ທີ່ສາມາດເຂົ້າຮອບສຸດທ້າຍຂອງການເສັງ ຊອກຫາທູດພາສາ ຫວຽດ ຢູ່ ຕ່າງປະເທດ ປີ 2024.

ພາຍຫຼັງພິທີເຊີດຊູພາສາ ຫວຽດ, ໄດ້ດຳເນີນການເສັງເລົ່າເລື່ອງດ້ວຍພາສາ ຫວຽດ ແລະ ຫຼາຍກິດຈະກຳທີ່ອຸດົມສົມບູນ, ແນໃສ່ສົ່ງສານທີ່ມີຄວາມໝາຍ, ຄຸນຄ່າຂອງພາສາ ຫວຽດ ໃນຊີວິດ ກໍຄື ວັດທະນະທຳ ແລະ ສີສັນຂອງຊາດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ແລະ ອິນໂດເນເຊຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2025 ແມ່ນຂີດໝາຍປະຫວັດສາດ, ເປິດໜ້າໃໝ່ໃນການພົວພັນລະຫວ່າງ 2 ປະເທດ.

Top