• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ທີ 8 ມີ​ນາ ເຂດ​ພິ​ເສດ ໂຖ​ເຈົາ, ອານ​ຢາງ ດຳ​ເນີນ​ການ​ເລືອກ​ຕັ້ງ​ໄວ​ກວ່າ​​ກຳ​ນົດ

ຕອນເຊົ້າວັນທີ 8 ມີນາ, ມີຜູ້ມີສິດເລືອກຕັ້ງກວ່າ 2.100 ຄົນ ຢູ່ເຂດໂຖເຈົາ, ແຂວງ ອານຢາງ ແລະ ຢູ່ 20 ເຂດປ່ອນບັດໃນບັນດາເກາະຂຶ້ນກັບເຂດພິເສດ ເຈື່ອງຊາ, ແຂວງ ແຄັງຮວ່າ, ທະຫານ ແລະ ປະຊາຊົນ ໄດ້ປະຕິບັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031.
  ຄະນະກຳມະການປະຊາຊົນເຂດພິເສດ ໂຖເຈົາ ຊີ້ນຳສົມທົບກັບບັນດາກຳລັງຢ່າງແໜ້ນແຟ້ນ ລະດົມກຳລັງໃຈໃຫ້ຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດຢ່າງຄົບຖ້ວນ  

ນີ້ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ດຳເນີນການເລືອກຕັ້ງໂດຍໄວ ແລະ ໄວກ່ວາກຳນົດ 7 ວັນ. ສະເພາະເຂດປ່ອນບັດຢູ່ເກາະ ເຈື່ອງຊາ ຈະຈັດການເລືອກຕັ້ງໃນວັນທີ 15 ມີນາ ພ້ອມກັບທົ່ວປະເທດ.

        ເຂດພິເສດ ໂຖເຈົາ ໄດ້ຈັດຕັ້ງ 05 ເຂດປ່ອນບັດຮັບປະກັນຄວາມສະດວກໃຫ້ແກ່ຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດ, ສອດຄ່ອງກັບເງື່ອນໄຂຊຸມຊົນ ແລະ ກົມກອງກຳລັງປະກອບອາວຸດທີ່ຕັ້ງທັບຢູ່ບໍລິເວນ. ຍ້ອນເງື່ອນໄຂພູມີສາດພິເສດເກາະຢູ່ໄກເຂດດິນຕໍ່ແຜ່ນກວ່າ 200 ກິໂລແມັດ, ຄະນະກຳມະການປະຊາຊົນເຂດພິເສດ ໂຖເຈົາ ໄດ້ເປັນເຈົ້າການສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງສັບຊ້ອນຍານພາຫະນະເພື່ອຂົນສົ່ງເອກະສານການເລືອກຕັ້ງກັບເມືອແຂວງ.

(ແຫຼ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top