• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ທີ 11 ພຶດ​ສະ​ພາ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 2 ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI

ກອງ​ປະ​ຊມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ໄດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສະ​ພາ 2026, ຢູ່​ຫ້ອງ​ປະ​ຊຸມ ເຕິນ​ຈ່າວ, ຫໍ​ສະ​ພາ​ແຫ່ງ​ຊາດ. ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກ່າວ​ໄຂ​ກອງ​ປ​ະ​ຊຸມ.

 

ທີ່ກອງ​ປະ​ຊຸມຄັ້ງ​ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ລັດ​ຖະ​ບັນ​ຍັດ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການ​ໂຮມ​ເອ​ກະ​ສານ​ນິ​ຕິ​ກຳ​ເຂົ້າ​ກັນ.

ກ່ຽວ​ກັບ​ວຽກ​ງານ​ຕິດ​ຕາມກວດ​ກາ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຈະ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານຮັບ​ຟັງ​ປະ​ຕິ​ບັດຄວາມ​ມຸ່ງ​ມາດ​ປາ​ດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ເດືອນ ມີ​ນາ ແລະ ເດືອນ ເມສາ ປີ 2026 ຂອງ​ສະ​ພາ​ແຫ່ງ​ຊາດ.

ໃນ​ກອງ​ປະ​ຊຸມ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ສະຫຼຸບກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ ແລະ ປະ​ກອບ​ຄຳ​ເຫັນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ກະ​ກຽມ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI.

(ແຫຼ່ງຄັດຈາກ VOV)

ກົມ 16 (ກົມ​ໃຫຍ່ 2) ຈັດ​ພິ​ທີ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ

ກົມ 16 (ກົມ​ໃຫຍ່ 2) ຈັດ​ພິ​ທີ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ

ພັກ, ລັດ ໄດ້​ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ຄັ້ງ​ທີ 2 ໃຫ່​ແກ່​ກົມ 16 ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຢ່າງ​ໃຫຍ່ຫຼວງ, ແຕ່​ພ້ອມດຽວ​ກັນ​ນັ້ນ​ກໍ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ໜັກ​ໜ່ວງ​ທີ່​ສຸດ​ຂອງ​ພະ​ນັກ​ງານ, ນັກ​ຮົບ​ຂອງ​ກົມ 16 ເວົ້າ​ສະ​ເພາະ ແລະ ກົມ​ໃຫຍ່ 2 ເວົ້າ​ລວມ ຕ້ອງ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ແລະ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີກວ່າ​ອີກ.

Top