• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັກຊິນກັນໂຄວິດ-19 ສືບຕໍ່ໄດ້ສົ່ງມາຮອດຫວຽດນາມ

      ນີ້ແມ່ນການສົ່ງວັກຊິນຄັ້ງທີ 3 ໃນສັນຍາຂອງລະບົບສັກວັກຊິນ VNVC ໄດ້ສັ່ງຊື້ກ່ອນວັກຊິນກັນໂຄວິດ-19 ຈຳນວນ 30 ລ້ານໂດສ ຂອງ AstraZeneca ແລະ ມະຫາວິທະຍາໄລ Oxford.
ວັກຊິນກັນໂຄວິດ-19 ຈຳນວນ 580.000 ໂດສ ສືບຕໍ່ໄດ້ສົ່ງມາຮອດຫວຽດນາມ
(ພາບ: tienphong.vn)
      ວັກຊິນກັນໂຄວິດ-19 ຈຳນວນ 580.000 ໂດສ ຂອງ AstraZeneca ຫາກໍ່ສົ່ງມາຮອດນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 09 ກໍລະກົດ ເພື່ອໜູນຊ່ວຍໂດຍດ່ວນໃຫ້ແກ່ການແຜ່ລະບາດຮອບທີ 4 ຢູ່ຫວຽດນາມ. ທ່ານ ໂງຈິຢຸງ, ປະທານສະພາບໍລິຫານທັງເປັນຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນວັກຊິນຫວຽດນາມ (VNVC) ໃຫ້ຮູ້ວ່າ: ນີ້ແມ່ນການສົ່ງວັກຊິນຄັ້ງທີ 3 ໃນສັນຍາຂອງລະບົບສັກວັກຊິນ VNVC ໄດ້ສັ່ງຊື້ກ່ອນວັກຊິນກັນໂຄວິດ-19 ຈຳນວນ 30 ລ້ານໂດສ ຂອງ AstraZeneca ແລະ ມະຫາວິທະຍາໄລ Oxford. ຫວຽດນາມ ແມ່ນປະເທດທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບວັກຊິນປະເພດນີ້. ມາຮອດປະຈຸບັນ, ມີວັກຊິນກັນໂຄວິດ-19 ຈຳນວນກວ່າ 5,7 ລ້ານໂດສ ຂອງ AstraZeneca ໄດ້ສົ່ງມາຫວຽດນາມ ຜ່ານສັນຍາຊື້ກ່ອນ.
        ແລະກໍ່ໃນວັນດຽວກັນ, ບໍລິສັດການບິນ All Nippon Airways ໄດ້ຂົນສົ່ງງວດວັກຊິນກັນໂຄວິດ-19 ຈຳນວນ 600.000 ໂດສຂອງ AstraZeneca ໂດຍ ຍີ່ປຸ່ນ ຊ່ວຍເຫຼືອຫຼ້າກໍ່ໄດ້ລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນເຍິດ ແລ້ວ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top