• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນກວ່າ 2 ລ້ານໂດສ ໄດ້ສົ່ງມາຮອດ ຫວຽດນາມ ຕື່ມອີກ

      ຕອນເຊົ້າວັນທີ 01 ກັນຍາ, ວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນກວ່າ 2 ລ້ານໂດສ ໄດ້ສົ່ງມາຮອດສະໜາມບິນ ເຕິນເຊີນເຍິດ. ຈຳນວນວັກຊິນດັ່ງກ່າວ ແມ່ນນອນໃນສັນຍາສັ່ງຊື້ວັກຊິນລ່ວງໜ້າ 30 ລ້ານໂດສ ລະຫວ່າງ ບໍລິສັດຫຸ້ນສ່ວນວັກຊິນ ຫວຽດນາມ (VNVC) ແລະ AstraZeneca ພາຍໃຕ້ການໜູນຊ່ວຍຂອງກະຊວງສາທາລະນະສຸກ. 
ຕອນເຊົ້າວັນທີ 01 ກັນຍາ, ວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນກວ່າ 2 ລ້ານໂດສ
ໄດ້ສົ່ງມາຮອດສະໜາມບິນ ເຕິນເຊີນເຍິດ (ພາບ:
 VOV)
      ປັດຈຸບັນ, ສັນຍາຂອງບໍລິສັດ VNVC  ໄດ້ນຳວັກຊິນ AstraZeneca ກວ່າ 10 ລ້ານໂດສ ມາໃຫ້ ຫວຽດນາມ.    ຈຳນວນວັກຊິນດັ່ງກ່າວຈະມອບໃຫ້ກະຊວງສາທາລະສຸກ ເພື່ອຮັບໃຊ້ຄວາມຕ້ອງການສັກວັກຊິນໃຫ້ແກ່ປະຊາຊົນໄດ້ຢ່າງທັນການ.
        ຕາມທ່ານ Nitin Kapoor, ປະທານ ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ AstraZeneca ຫວຽດນາມ ແລະ ບັນດາຕະຫຼາດ ອາຊີ ທີ່ຫາກໍພົ້ນເດັ່ນແລ້ວ, AstraZeneca ຈະສືບຕໍ່ສະໜອງວັກຊິນໃຫ້ ຫວຽດນາມ ຢ່າງວ່ອງໄວທີ່ສຸດເທົ່າທີ່ໄວໄດ້ ເພື່ອດັບມອບໂລກລະບາດໂດຍໄວ ແລະ ປະຊາຊົນຈະໄດ້ກັບຄືນສູ່ການດຳລົງຊີວິດເປັນປົກກະຕິ.
        ໄລ່ຮອດວັນທີ 01 ກັນຍາ, ຈຳນວນວັກຊິນທັງໝົດຈາກແຫຼ່ງຕ່າງໆ ເຊິ່ງ ຫວຽດນາມ ໄດ້ ແລະ ຈະໄດ້ຮັບ ແມ່ນເກືອບ 29,5 ລ້ານໂດສ. ປັດຈຸບັນ, ທົ່ວປະເທດໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນໄດ້ເກືອບ 20 ລ້ານເຂັມ.
(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top